12/12/2025
ໃນຕອນເຊົ້າ ຂອງວັນທີ 12 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໂຮງແຮມລາວພຣາຊ່າ, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ກະຊວງພາຍໃນ ແລະ ຄວາມປອດໄພ ຂອງ ສ. ເກົາຫຼີ ແລະ ອົງການຂໍ້ມູນຂ່າວສານແຫ່ງຊາດ (National Information Society Agency (NIA)) ແລະ ສູນຮ່ວມມືລັດຖະບານດິຈິຕອນ ໄດ້ຈັດກອງປະຊຸມສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດ ໂຄງການສູນຮ່ວມມືລັດຖະບານດິຈິຕອນ (DGCC) ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ. ໃຫ້ກຽດເປັນປະທານໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ ມີຄະນະສູນ, ບັນດາກົມ/ສູນທຽບເທົ່າທີ່ກ່ຽວຂ້ອງ, ບັນດາກະຊວງ ແລະ ຄະນະພະແນກ ແລະ ວິຊາການ, ພະແນກ ຕສ, ຕາງໜ້າອົງການ NIA, ສູນການຮ່ວມມືລັດຖະບານດິຈິຕອນ ແລະ ຄະນະຊ່ຽວຊານທີ່ປຶກສາໂຄງການຈາກ ສ.ເກົາຫຼີ ເຂົ້າຮ່ວມທັງຫມົດ ຈຳນວນ ຫຼາຍກວ່າ 50 ທ່ານ.



ໃນໂອກາດນີ້, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາໂຄງການ ພາຍໃຕ້ຂອບການຮ່ວມມືສູນລັດດິຈິຕອນ ລາວ - ເກົາຫຼີ 2023-2025 ໃນແຕ່ລະປີ ຄື: ປີທີ 1 (2023): ໄດ້ສຶກສາ ແລະ ຮ່າງແຜນການພັດທະນາການບໍລິການລັດ 10 ປີ (Digital Service Roadmap) ແລະ ໄດ້ຄົ້ນຄ້ວາສ້າງບົດແນະນໍາການປັບປຸງຕົວຊີ້ວັດລັດດິຈິຕອນ ຂອງ ສປປ ລາວ (Enhance EGDI in Lao PDR), ປິທີ 2 (2024): ໄດ້ສຶກສາ ການສ້າງມາດຕະຖານການເຊື່ອມຕໍ່ຂອງພາກລັດ (E-Government Interoperability Framework) ແລະ ໄດ້ສຶກສາ, ພັດທະນາ ຂໍ້ມູນແບບເປີດ ພາກລັດ (Digital Government Open Data), ປິທີ 3 (2025): ໄດ້ສຶກສາ ການພັດທະນາລະບົບ Digital Government Portal (National portal) ແລະ ໄດ້ພັດທະນາທົດລອງ ລະບົບສະແດງຜົນການບໍລິຫານງານ ແຂວງຫຼວງພະບາງ (Development of a Pilot Dashboard System for Monitoring Administrative Information of the Luang Prabang Provincial Government) ແລະ ໃນແຕ່ລະປີ ຍັງໄດ້ນໍາພາ ພະນັກງານ-ວິຊາການ ກຕສ ແລະ ພະນັກງານ- ວິຊາການ ພະແນກການແຂວງ ໄປຝືກອົບຮົມທັດສະນະສືກສາ ພັດທະນາຄວາມອາດສາມາດທາງດ້ານດິຈິຕອນ ຢູ່ ສ.ເກົາຫຼີ ລວມທັງໝົດ 25 ທ່ານ. ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ເນັ້ນຍໍ້າເຖິງຄວາມສໍາຄັນໃນວຽກງານການຫັນເປັນດິຈິຕອນ ຂອງ ສປປລາວ ໃນສາມເສົາຄໍ້າ (ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ).


ຕອນທ້າຍ, ທ່ານຮອງລັດຖະມົນຕີ ກຕສ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງລັດຖະບານ ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນ ການພັດທະນາດິຈິຕອນ ຂອງ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນການສະໜອງຊ່ຽວຊານວິຊາການລະດັບສູງ ແລະ ການສະໜັບສະໜູນໂຄງການໃນຮູບແບບ ODA ແລະ ການກໍ່ສ້າງບຸກຄະລາກອນ. ເຊິ່ງໄດ້ເປັນໄປຕາມແຜນການພັດທະນາ ແລະ ຕາມເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ໝາກຜົນໃນໂຄງການຄັ້ງນີ້, ຈະສາມາດຕໍ່ຍອດ ແລະ ຈັດຕັ້ງຜັນຂະຫຍາຍ ເພື່ອສາມາດຕອບສະໜອງທິດທາງຂອງການຫັນເປັນດິຈິຕອນ ຂອງ ສປປ ລາວ.




ຂ່າວ: ສູນບໍລິຫານລັດດິຈິຕອນ

