ຝຶກອົບຮົມ ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ

16/12/2025

ຝຶກອົບຮົມ ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ

ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ໃນການຂັບເຄື່ອນການເຫັນເປັນດິຈິຕອນໃນຂອບເຂດທົ່ວປະເທດ, ເສີມຂະຫຍາຍຄວາມຮູ້, ທັກສະ ແລະ ຄວາມສາມາດນໍາພາ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ. ໃນຕອນເຊົ້າຂອງວັນທີ 15 ທັນວາ 2025 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດ “ຝຶກອົບຮົມ ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ” ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍໃຫ້ກຽດເປັນປະທານກ່າວເປີດຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ ພາຍໃນກະຊວງ, ບັນດາຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການ ຈາກ ພຕສ ແຂວງ/ນະຄອນຫຼວງ ເຂົ້າຮ່ວມທັງໝົດ 300 ກວ່າທ່ານ.

ໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ ແມ່ນການເສີມສ້າງສັກກະຍະພາບໃຫ້ແກ່ ພຕສ ແຂວງ, ນະຄອນຫຼວງ ໃນການປະຕິບັດວຽກງານການຫັນເປັນດິຈິຕອນ, ພ້ອມທັງເປັນການຍົກລະດັບປະສິດທິຜົນຂອງການພັດທະນາທາງດ້ານດິຈິຕອນໃນທຸກແຂວງ, ເປັນການເສີມສ້າງຂອດການປະສານງານຢ່າງໃກ້ຊິດລະຫວ່າງ ກະຊວງ ແລະ ແຂວງ, ແລະທັງເປັນການສ້າງຜູ້ນໍາໃນການຫັນເປັນດິຈິຕອນທີ່ເຂັ້ມແຂງໃນທຸກໆແຂວງ. ທ່ານ ໄດ້ຍົກໃຫ້ເຫັນ ພາບລວມການປ່ຽນຜ່ານດິຈິຕອນ ທົ່ວໂລກ ແລະ ໃນລາວ, ພາລະກິດ ແລະ ໜ້າທີ່ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ພາລະກິດ ແລະ ໜ້າທີ່ຂອງ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ, ຄວາມຕ້ອງການ ແລະ ຄວາມສາມາດທີ່ຈໍາເປັນສໍາລັບພະແນກ, ພ້ອມນັ້ນ ຍັງໄດ້ໃຫ້ຄໍາແນະນໍາສໍາລັບການຂັບເຄື່ອນວຽກງານໃນອະຄົດ ໃຫ້ແກ່ຜູ້ເຂົ້າຮ່ວມອີກດ້ວຍ.

ໃນວາລະດັ່ງກ່າວ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນນໍາສະເໜີ ກ່ຽວກັບ ເສັ້ນທາງການຫັນເປັນດິຈິຕອນ ເພື່ອການພັດທະນາປະເທດຊາດ ແລະ ບົດບາດຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃນວຽກງານການຫັນເປັນດິຈິຕອນ, ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 05 ປີ (2021-2025) ແລະ ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 05 ປີ ຄັ້ງທີ IV (2026-2030). ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 4 ວັນ (15-18 ທັນວາ 2025), ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີຫຼາຍຫົວຂໍ້ທີ່ສໍາຄັນຈາກບັນດາຫົວໜ້າກົມ, ສູນ, ອົງການ ແລະ ສະຖາບັນ ພາຍໃນກະຊວງ ເຊັ່ນ: ການຄຸ້ມຄອງ ວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ, ພາບລວມການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄວາມຮູ້ພື້ນຖານການບໍລິຫານ ແລະ ບໍລິການລັດດິຈິຕອນ, ບົດບາດເສດຖະກິດດິຈິຕອນ ແລະ ທຸລະກໍາຊັບສິນດິຈິຕອນ, ວຽກງານຄວາມປອດໄພໄຊເບີ, ເຕັກໂນໂລຊີດິຈິຕອນ ແລະ ເຕັກໂນໂລຊີອັດສະລິຍະ, ການຄຸ້ມຄອງ ແລະ ພັດທະນາເຕັກໂນໂລຊີໂລຈີສຕິກ ແລະ ການໄປສະນີ, ວຽກງານຫັນຫ້ອງການເປັນດິຈິຕອນ, ດໍາລັດວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ການຫັນເປັນດິຈິຕອນ ແລະ ວຽກງານຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ, ອິນເຕີເນັດ ແລະ ສື່ສັງຄົມອອນລາຍ ແລະ ຫົວຂໍ້ອື່ນໆອີກ. ນອກຈາກນັ້ນ, ຍັງຈະໄດ້ຮັບຟັງການສົນທະນາແລກປ່ຽນ ຖາມ-ຕອບ ແກ້ຂໍ້ຂ້ອງໃຈໃນແຕ່ລະຫົວຂໍ້ ແລະ ທັດສະນະຢ້ຽມຢາມສະຖານທີ່ປະຕິບັດງານ ແລະ ຫ້ອງເຕັກນິກຕ່າງໆພາຍໃນກະຊວງ ເຊັ່ນ: ສູນອິນເຕີເນັດແຫ່ງຊາດ, ສູນຮັກສາຄວາມປອດໄພໄຊເບີ, ສວນອຸທິຍານດິຈິຕອນ, ກົມຄື້ນຄວາມຖີ່ວິທະຍຸສື່ສານ ແລະ ສູນຂໍ້ມູນແຫ່ງຊາດ ເປັນຕົ້ນ.

ຂ່າວ ແລະ ຮູບ: ພຸດດາວອນ ພາສຸວັນ

ກວດແກ້-ຮຽບຮຽງ: ພະແນກປະຊາສໍາພັນ (BL)

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ