16/12/2025
ໃນລະຫວ່າງວັນທີ 17 – 28 ພະຈິກ 2025 ຜ່ານມາ, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນໍາພາໂດຍ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວຫນ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພັດທະນາໂທລະຄົມມະນາຄົມສາກົນຂອງ ອົງການ ITU (ITU World Telecommunication Development Conference 2025/WTDC-25), ຈັດຂຶ້ນທີ່ບາກູ, ປະເທດ ອາແຊັກໄບຈານ, ພາຍໃຕ້ຫົວຂໍ້: ການເຊື່ອມຕໍ່ທີ່ເປັນສາກົນ, ມີຄວາມຫມາຍ ແລະ ລາຄາທີ່ເຫມາະສົມເພື່ອອານາຄົດດິຈິຕອນທີ່ກວມລວມ ແລະ ຍືນຍົງ (Universal, Meaningful, and Affordable Connectivity for an Inclusive and Sustainable Digital Future). ກອງປະຊຸມມີຜູ້ແທນເຂົ້າຮ່ວມຫຼາຍກວ່າ 2000 ທ່ານ ລວມທັງ ຂັ້ນນໍາລະດັບລັດຖະມົນຕີຫຼາຍກວ່າ 150 ທ່ານ ພ້ອມດ້ວຍບັນດາເຈົ້າຫນ້າທີ່ອາວຸໂສ, ຜູ້ຕາງໜ້າຈາກ 160 ປະເທດສະມາຊິກ ITU ແລະ ພາກສ່ວນເອກະຊົນ ແລະ ອົງການຈັດຕັ້ງສາກົນ.

ກອງປະຊຸມຄັ້ງນີ້, ເປັນເວທີສໍາລັບ ລັດຖະມົນຕີ, ເຈົ້າໜ້າທີ່ອາວຸດໂສ, ຜູ້ກໍານົດນະໂຍບາຍ ແລະ ຜູ້ນໍາດ້ານອຸດສາຫະກຳ ຈາກບັນດາປະເທດສະມາຊິກຂອງອົງການ ເພື່ອຮ່ວມແລກປ່ຽນປຶກສາຫາລື, ກຳນົດແຜນຍຸດທະສາດ ແລະ ແຜນປະຕິບັດງານ ສຳລັບການພັດທະນາດິຈິຕອນສຳລັບ ຂະແໜງການພັດທະນາໂທລະຄົມມະນາຄົມ (ITU-D) ສຳລັບໄລຍະ 04 ປີ ຕໍ່ໜ້າ (2026-2029) ເພື່ອຮັບປະກັນຄວາມເປັນເອກະພາບກ່ຽວກັບບູລິມະສິດ ແລະ ວິທີການຕ່າງໆ ເພື່ອຂະຫຍາຍຜົນປະໂຫຍດຂອງເຕັກໂນໂລຊີດິຈິຕອນໄປສູ່ທຸກຄົນ. ພ້ອມນີ້, ກອງປະຊຸມໄດ້ຮັບຮອງເອົາຖະແຫຼ່ງການບາກູ, ແຜນປະຕິບັດງານບາກູ, ແຜນຍຸດທະສາດ ແລະ ຂໍ້ລິເລີ່ມຕ່າງໆ ທີ່ມີຈຸດປະສົງເພື່ອສົ່ງເສີມການເຊື່ອມຕໍ່ດິຈິຕອນທົ່ວໂລກ, ຫຼຸດຜ່ອນຊ່ອງຫວ່າງດ້ານດິຈິຕອນ, ແກ້ໄຂຄວາມຕ້ອງການຂອງບັນດາປະເທດດ້ອຍພັດທະນາ (LDCs), ປະເທດກຳລັງພັດທະນາທີ່ບໍ່ມີທາງອອກສູ່ທະເລ (LLDCs), ປະເທດກຳລັງພັດທະນາທີ່ເປັນໜູ່ເກາະນ້ອຍ (SIDS). ນອກນີ້, ກອງປະຊຸມໄດ້ຮັບຮອງເອົາມະຕິໃໝ່ ແລະ ມະຕິທີ່ໄດ້ຮັບການປັບປຸງ ເພື່ອເປັນບ່ອນອີງສຳລັບວຽກງານພັດທະນາດິຈິຕອນຂອງ ITU, ຄຳແນະນຳສຳລັບ ITU-D, ກິດຈະກຳໃໝ່ທີ່ເປັນບູລິມະສິດການພັດທະນາດິຈິຕອນທີ່ສຳຄັນໃນພາກພື້ນ ITU-D, ລວມທັງຮັບຮອງຜົນການເລືອກຕັ້ງຄະນະກໍາມະການທີ່ປຶກສາດ້ານການພັດທະນາໂທລະຄົມມະນາຄົມຊຸດໃຫມ່ (TDAG) ແລະ ກຸ່ມສຶກສາຕ່າງໆ.

