17/12/2025
ໃນຕອນເຊົ້າຂອງວັນທີ 16 ທັນວາ 2025, ທີ່ຫ້ອງປະຊຸມ ຫ້ອງວ່າການສູນກາງພັກ ໄດ້ມີພິທີເປີດກອງປະຊຸມສຳມະນາ ຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ໃຫ້ແກ່ພະນັກງານ ຫ້ອງວ່າການສູນກາງພັກ, ຊຶ່ງຈັດໂດຍ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກົມຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກ, ຫ້ອງວ່າການສູນກາງພັກ. ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ທ່ານ ປອ. ສັນຕີສຸກ ສິມມາລາວົງ, ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຄຳຜາ ພີມມະສອນ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຊຶ່ງມີຄະນະກົມ, ຄະນະພະແນກ, ນັກວິທະຍາກອນ, ນັກສຳມະນາກອນ ແລະ ຄະນະຮັບຜິດຊອບ ຈາກທັງສອງພາກສ່ວນ ເຂົ້າຮ່ວມທັງໝົດຈຳນວນ 130 ກວ່າທ່ານ.

ຈຸດປະສົງໃນການຈັດສຳມະນາໃນຄັ້ງນີ້ ກໍແມ່ນເຫັນໄດ້ຄວາມສຳຄັນ ແລະ ເປັນການຍົກສູງ ສ້າງຈິດສຳນຶກຂອງການພັດທະນາທາງດ້ານຊັບພະຍາກອນມະນຸດ ເພື່ອກຽມຄວາມພ້ອມໃນຍຸກຂອງການຫັນເປັນດິຈິຕອນໃນທົ່ວສັງຄົມ. ວຽກງານດັ່ງກ່າວ ແມ່ນກໍາລັງແຮງທີ່ເປັນຂະບວນການກວ້າງຂວາງ ແລະ ຂະຫຍາຍຕົວຢ່າງແຂງແຮງໃນທົ່ວໂລກ, ບັນດາປະເທດ ລ້ວນແຕ່ໄດ້ຖືເອົາວຽກງານຫັນເປັນດິຈິຕອນ ເປັນພື້ນຖານສຳຄັນຂອງການພັດທະນາເສດຖະກິດ ໂດຍກຳນົດຍຸດທະສາດໃນການຫັນເປັນດິຈິຕອນເປັນແຜນບູລິມະສິດ ເພື່ອນຳເອົາເຕັກໂນໂລຊີດິຈິຕອນເຂົ້າແກ້ໄຂບັນຫາ, ຂໍ້ຄົງຄ້າງ, ສ້າງກາລະໂອກາດໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະ ກໍຄືການນຳໃຊ້ເຕັກໂນໂລຊີ ເຂົ້າໃນການຍົກສູງວຽກງານການບໍລິຫານລັດດິຈິຕອນ, ເປັນຕົວຂັບເຄື່ອນທາງດ້ານເສດຖະກິດ, ສ້າງຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ດ້ານສື່ສັງຄົມອອນລາຍ ໃນປັດຈຸບັນ. ດັ່ງນັ້ນ, ເພື່ອໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ມີຜົນສໍາເລັດຢ່າງມີປະສິດທິພາບ ປະສິດທິຜົນສູງສຸດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ສ້າງເອກະສານຝຶກອົບຮົມຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ເປັນຄູ່ມືໃນການເສີມຂະຫຍາຍການຫັນເປັນດິຈິຕອນໃນຂັ້ນພື້ນຖານ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ໃຫ້ທົ່ວເຖີງໃນຂອບເຂດທົ່ວປະເທດ, ໂດຍສະເພາະ ການພັດທະນາ ການນຳໃຊ້ເຕັກໂນໂລຊີດິຈິຕອນ ຢູ່ຂັ້ນສູນກາງຈົນຮອດທ້ອງຖິ່ນ ໃຫ້ມີຄວາມເປັນເອກະພາບ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ປະຊາຊົນ ມີຄວາມຮັບຮູ້ເຂົ້າໃຈ ສາມາດນຳໃຊ້ຢ່າງສະດວກ, ມີຄວາມປອດໄພ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ກອງປະຊຸມສຳມະນາໃນຄັ້ງນີ້ ບັນດາຜູ້ເຂົ້າຮວມຈະໄດ້ຮຽນຮູ້ ແລະ ແລກປ່ຽນກ່ຽວກັບຄວາມເຂົ້າໃຈ ທາງດ້ານການຫັນເປັນດິຈິຕອນ, ການນຳໃຊ້ເຄື່ອງມືດິຈິຕອນ, ການສ້າງ, ບໍໍລິຫານຈັດການຂໍ້ມູນດິຈິຕອນ, ຄວາມປອດໄພທາງດ້ານໄຊເບີ, ແຜນການພັດທະນາບຸກຄະລາກອນ ເພື່ອກຽມຄວາມພ້ອມຂອງການພັດທະນາໃນຍຸກດິຈິຕອນແລະ ຍັງຈະໄດ້ມີການລົງເລິກການສາທິດ ການນຳໃຊ້ບັນດາລະບົບທັນສະໄໝທີ່ຮັບໃຊ້ເຂົ້າໃນວຽກງານການບໍລິຫານລັດດິຈິຕອນ ແລະ ວຽກງານອື່ນໆ ທີ່ສຳຄັນ.


ໃນໂອກາດດັ່ງກ່າວ, ຄະນະປະທານ ຍັງໄດ້ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນທັນສະໄໝ ເຂົ້າໃນການຄຸ້ມຄອງລັດໃນແຕ່ລະຂັ້ນ ໃຫ້ສາມາດນຳໄປຕໍ່ຍອດເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຂອງຕົນ, ສ້າງເປັນແຜນການ, ແຜນງານ, ໂຄງການລະອຽດ ເພື່ອກຽມຄວາມພ້ອມໃນການພັດທະນາໃນຍຸກດິຈິຕອນ, ເອົາໃຈໃສ່ຕັ້ງໜ້າ, ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງຕົນທຸກຂັ້ນໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວ ທັງເປັນການສ້າງພື້ນຖານໂຄງລ່າງຂອງເສດຖະກິດໃຫ້ໝັ້ນຄົງດ້ວຍຄວາມຮັບຜິດຊອບສູງ.
ກອງປະຊຸມສໍາມະນາຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 03 ວັນ ຈຶ່ງຈະສໍາເລັດ.


ຂ່າວໂດຍ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ
ພາບ: ພຸດດາວອນ ພາສຸວັນ
ກວດແກ້-ຮຽບຮຽງ: ພະແນກປະຊາສໍາພັນ (BL)

