ກອງປະຊຸມອາຊຽນ ແລະ ອາຊຽນບວກ 3 ໃນຫົວຂໍ້: ການບໍລິການຂອງພາກລັດດ້ວຍລະບົບດິຈິຕອນ

18/12/2025

ກອງປະຊຸມອາຊຽນ ແລະ ອາຊຽນບວກ 3 ໃນຫົວຂໍ້: ການບໍລິການຂອງພາກລັດດ້ວຍລະບົບດິຈິຕອນ

ໃນວັນທີ 17-18 ທັນວາ 2025, ທີ່ໂຮງແຮມຄລາວພຣາຊາ, ນະຄອນຫຼວງວຽງຈັນ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມ ໃນການຫັນການບໍລິຫານເປັນທັນສະໄໝ ຂອງປະເທດສະມາຊິກອາຊຽນ (Digital Transformation Blueprint best practices of AMS) ສໍາລັບກອງປະຊຸມອາຊຽນ ພາຍໃຕ້ຫົວຂໍ້: ການບໍລິການຂອງພາກລັດດ້ວຍລະບົບດິຈິຕອນ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ວິໄລວົງ ບຸດດາຄໍາ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ, ບັນດາກະຊວງ ທີ່ກ່ຽວຂ້ອງ ເຂົ້າຮ່ວມທັງຫມົດ ຈຳນວນ ຫຼາຍກວ່າ 70 ທ່ານ.

ຈຸດປະສົງ ແມ່ນເພື່ອແລກປ່ຽນຖອດຖອນບົດຮຽນການຈັດຕັ້ງປະຕິບັດ ກ່ຽວກັບການບໍລິການພາກລັດດ້ວຍລະບົບດິຈິຕອນ ຮ່ວມກັບປະເທດສະມາຊິກອາຊຽນ, ອາຊຽນບວກ 3 (ສປ. ຈີນ, ຍີ່ປຸ່ນ ແລະ ອົສຕາລີ). ໃນໂອກາດດັ່ງກ່າວ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ຕາງໜ້າ ສປປ ລາວ ນໍາສະເໜີ ແລະ ລາຍງານ ກ່ຽວກັບສະພາບການພັດທະນາ, ທິດທາງນະໂຍບາຍ, ການຄຸ້ມຄອງ, ຄວາມຄືບໜ້າ, ສິ່ງທ້າທາຍ ແລະ ການນໍາໃຊ້ບັນດາລະບົບບໍລິຫານ ແລະ ບໍລິການພາກລັດ ຢູ່ໃນ ສປປ ລາວ ແລະ ຍັງໄດ້ເນັ້ນຍໍ້າເຖິງຄວາມສໍາຄັນໃນວຽກງານການຫັນເປັນດິຈິຕອນ ຂອງ ສປປລາວ ໃນ ສາມເສົາຄໍ້າ (ລັດຖະບານດິຈິຄອນ, ເສດຖະກິດ ດິຈິຕອນ ແລະ ສັງຄົມດິຈິຕອນ).

ພາບ ແລະ ຂ່າວ: ສູນບໍລິຫານລັດດິຈິຕອນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ