ລົງນາມຮ່ວມມືພັດທະນາ ແລະ ບໍລິການ ຖານລະບົບຢັ້ງຢືນຕົວຕົນທາງດ້ານດິຈິຕອນ ເພື່ອສົ່ງເສີມຄວາມປອດໄພໃນການເຂົ້າເຖິງ ການເຮັດທຸລະກຳທາງເອເລັກໂຕຣນິກ ຢູ່ ສປປ ລາວ

18/12/2025

ລົງນາມຮ່ວມມືພັດທະນາ ແລະ ບໍລິການ ຖານລະບົບຢັ້ງຢືນຕົວຕົນທາງດ້ານດິຈິຕອນ ເພື່ອສົ່ງເສີມຄວາມປອດໄພໃນການເຂົ້າເຖິງ ການເຮັດທຸລະກຳທາງເອເລັກໂຕຣນິກ ຢູ່ ສປປ ລາວ

ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ໄດ້ຮ່ວມລົງນາມເຊັນບົດບັນທຶກຂໍ້ຕົກລົງ ວ່າດ້ວຍ ການຮ່ວມມືພັດທະນາ ແລະ ບໍລິການ ຖານລະບົບຢັ້ງຢືນຕົວຕົນທາງດ້ານດິຈິຕອນ ເພື່ອສົ່ງເສີມຄວາມປອດໄພໃນການເຂົ້າເຖິງ ການເຮັດທຸລະກຳທາງເອເລັກໂຕຣນິກ ຢູ່ ສປປ ລາວ. ເພື່ອເປັນການຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໃນຍຸດທະສາດທີ 2 ວ່າດ້ວຍ ການພັດທະນາພື້ນຖານໂຄງລ່າງ ແລະ ຍຸດທະສາດທີ 5 ວ່າດ້ວຍ ການພັດທະນາຜະລິດຕະພັນ ແລະ ການບໍລິການ ປະກອບສ່ວນເຂົ້າໃນການສ້າງເສດຖະກິດດິຈິຕອນ ແລະ ສົ່ງເສີມການຫັນເປັນດິຈິຕອນ ຂອງ ສປປ ລາວ ໃຫ້ປາກົດເປັນຮູບປະທໍາຢ່າງແທ້ຈິງ.

ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ທັງສອງຝ່າຍຈະຮ່ວມມືກັນໃນການພັດທະນາ ແລະ ໃຫ້ບໍລິການຖານລະບົບການຢັ້ງຢືນຕົວຕົນທາງດິຈິຕອນ ຕາມຂອບເຂດການຮ່ວມມືທີ່ໄດ້ກຳນົດໄວ້ດັ່ງນີ້: 1) ພັດທະນາ ແລະ ບໍລິການ ຖານລະບົບການຢັ້ງຢືນຕົວຕົນທາງດິຈິຕອນ (e-KYB, e-KYC) ສໍາລັບການເຮັດທຸລະກໍາຕ່າງໆ ຂອງທະນາຄານ, ການບໍລິການຂອງພາກລັດ ແລະ ເອກະຊົນ. ພ້ອມທັງ, ພັດທະນາລະບົບຍ່ອຍ ເພື່ອກວດສອບຄວາມໜ້າເຊື່ອຖືຂອງລູກຄ້າ (Customer Due Diligence) ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານທາງເອເລັກໂຕຣນິກ (Digital Trust Document); 2) ສ້າງຕັ້ງ ແລະ ຮ່ວມບໍລິການຖານຂໍ້ມູນກາງ ສໍາລັບການຢັ້ງຢືນຕົວຕົນ ທີ່ສັງລວມຂໍ້ມູນຈາກຫຼາຍພາກສ່ວນ ເພື່ອໃຫ້ທະນາຄານ, ບໍລິສັດໂທລະຄົມ ແລະ ຜູ້ໃຫ້ບໍລິການອື່ນໆ ນໍາໃຊ້ເປັນແຫຼ່ງອ້າງອີງໃນການຢັ້ງຢືນຕົວຕົນ; 3) ດຳເນີນການຄົ້ນຄວ້າສ້າງຮ່າງນິຕິກຳ, ແຜນຍຸດທະສາດ ແລະ ນະໂຍບາຍທີ່ກ່ຽວກັບ ການຄຸ້ມຄອງ ແລະ ດຳເນີນການຖານລະບົບການຢັ້ງຢືນຕົວຕົນເອເລັກໂຕຣນິກ.

ພິທີລົງນາມເຊັນບົດບັນທຶກຂໍ້ຕົກລົງ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 17 ທັນວາ 2025, ທີ່ພັດຕະຄານ ດາວວຽງ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກຕສ, ມີບັນດາທ່ານ ຮອງລັດຖະມົນຕີ ກຕສ, ທ່ານ ພົງສະຫວັດ ເສນາພວນ, ປະທານສະພາບໍລິຫານ ທະນາຄານ ສົ່ງເສີມກະສິກຳ, ທ່ານ ພິລາວັນ ສຳພາບມີໄຊ, ຜູ້ອໍານວຍການ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ພ້ອມດ້ວຍຕາງໜ້າຈາກບັນດາກົມ/ທຽບເທົ່າ ພາຍໃນ ກຕສ, ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງ/ແຂວງ ທົ່ວປະເທດ, ພາກສ່ວນທະນາຄານ ແລະ ແຂກຖືກເຊີນ ຈຳນວນ 50 ທ່ານ.

ຮ່ວມລົງນາມຄັ້ງນີ້ໂດຍ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຫົວໜ້າກົມເຕັກໂນໂລຊີດິຈິຕອນ, ກຕສ ແລະ ທ່ານ ພິລາວັນ ສຳພາບມີໄຊ, ຜູ້ອຳນວຍການ ທະນາຄານ ສົ່ງເສີມກະສິກຳ ຈຳກັດ.

ຂ່າວ: ກົມເຕັກໂນໂລຊີດິຈິຕອນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ