19/12/2025
ໃນຕອນເຊົ້າຂອງວັນທີ 18 ທັນວາ 2025, ທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີລັດຖະມົນຕີ, ບັນດາຮອງລັດຖະມົນຕີ, ບັນດາກົມ/ທຽບເທົ່າ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ໄດ້ຜ່ານມະຕິ ຂອງ ກົມການເມືອງສູນກາງພັກ ສະບັບເລກທີ 34/ກມສພ, ລົງວັນທີ 10 ພະຈິກ 2025 ແລະ ລັດຖະດໍາລັດ ຂອງ ປະທານປະເທດ ສະບັບເລກທີ 331/ປປທ, ລົງວັນທີ 05 ທັນວາ 2025 ວ່າດ້ວຍການອະນຸມັດໃຫ້ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ອອກພັກການ-ຮັບອຸດໜູນບໍານານ ແລະ ລັດຖະດໍາລັດ ຂອງ ປະທານປະເທດ ສະບັບເລກທີ 336/ປປທ, ລົງວັນທີ 17 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ເປັນ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.



ຂ່າວໂດຍ: ພະແນກປະຊາສໍາພັນ

