ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ບໍລິສັດ ເລໂນໂວ ເຕັກໂນໂລຊີ ຈຳກັດ ທີ່ ເມືອງ ຈຸໄຮ ແລະ ເມືອງ ເສີນເຈີ້ນ ສປ ຈີນ

23/12/2025

ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ບໍລິສັດ ເລໂນໂວ ເຕັກໂນໂລຊີ ຈຳກັດ ທີ່ ເມືອງ ຈຸໄຮ ແລະ ເມືອງ ເສີນເຈີ້ນ ສປ ຈີນ

ໃນລະຫວ່າງວັນທີ 15-17 ທັນວາ 2025 ທີ່ຜ່ານມາ, ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນຳພາຄະນະຜູ້ແທນຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ບໍລິສັດ ເລໂນໂວ ເຕັກໂນໂລຊີ ຈຳກັດ ແລະ ໂຮງໝໍ ທີ່ ເມືອງ ເສີນເຈີ້ນ ແລະ ເມືອງ ຈຸໄຮ ສປ ຈີນ.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ Gan Qiuling, ປະທານບໍລິສັດ China-ASEAN Information Harbor Co., Ltd (CAIH) ແລະ ຄະນະ ເພື່ອປຶກສາຫາລືຄວາມເປັນໄປໄດ້ຕໍ່ການຮ່ວມມື ໂຄງການສາທິດ ວ່າດ້ວຍການນຳໃຊ້ ປັນຍາປະດິດ ເຂົ້າໃນທາງການແພດ, ໂດຍສະເພາະ ການນຳໃຊ້ຕົວແບບພາສາລາວຂະໜາດໃຫຍ່ ເຂົ້າໃນການສະໜັບສະໜູນການເຮັດວຽກຂອງແພດໝໍ ເພື່ອຍົກລະດັບການເບິ່ງແຍງສຸຂະພາບຂອງປະຊາຊົນລາວໃຫ້ທົ່ວເຖິງ ແລະ ມີຄວາມສະດວກສະບາຍໃນອະນາຄົດ. ພ້ອມດຽວກັນນີ້, ບໍລິສັດ CAIH ໄດ້ນໍາສະເໜີ ການສ້າງພລັດຟອມການແພດອັດສະລິຍະລະດັບພາກພື້ນທີ່ມີຄວາມສາມາດໃນການປະເມີນ, ຕິດຕາມ ແລະ ຂະຫຍາຍຜົນການກວດສຸຂະພາບຂອງຄົນເຈັບໄດ້ ເຊິ່ງຈະຊ່ວຍໃຫ້ລັດຖະບານສາມາດໃຫ້ການບໍລິການດ້ານສາທາລະນະສຸກແບບໃໝ່ທີ່ສາມາດກະຈາຍອອກໄດ້ຢ່າງທົ່ວເຖິງ, ມີປະສິດທິພາບ ແລະ ອັດສະລິຍະ.

:

ນອກຈາກນີ້, ຄະນະຜູ້ແທນລາວ ຍັງໄດ້ຢ້ຽມຊົມຮູບແບບການເຮັດວຽກຕົວຈິງໃນໂຮງໝໍ ເມືອງຈຸໄຮ, ແຂວງ ກວາງຕົງ ທີ່ໄດ້ນຳເອົາລະບົບປັນຍາປະດິດເຂົ້າມາຊ່ວຍໃນການບໍລິການຄົນເຈັບ ເຊັ່ນ: ການຂໍນັດພົບແພດໝໍ, ການໃຫ້ຄຳປຶກສາ, ການສະຫຼຸບປະຫວັດການກວດສຸຂະພາບ, ການຈ່າຍຄ່າບໍລິການ ແລະ ການບໍລິການອື່ນໆ.

ພາຍຫຼັງການພົບປະ ແລະ ປຶກສາຫາລື, ທັງສອງຝ່າຍເຫັນດີໃຫ້ມີການສຶກສາຄວາມເປັນໄປໄດ້ຂອງໂຄງການ ແລະ ຄົ້ນຄວ້າລະອຽດກ່ຽວກັບບົດບັນທຶກຄວາມເຂົ້າໃຈ (MoU) ຂອງໂຄງການສາທິດລະບົບທາງການແພດນຳໃຊ້ປັນຍາປະດິດ (AI) ‘‘AI Doctor Smart Healthcare Demonstration Project’’ ໃນ ສປປ ລາວ ບົນພື້ນຖານ ອະທິປະໄຕດ້ານປັນຍາປະດິດ ໂດຍສະເພາະແມ່ນການວາງໂຄງລ່າງພື້ນຖານການປະມວນຜົນຂອງ AI, ການຝຶກສອນ AI ແລະ ການເກັບຂໍ້ມູນຕ່າງໆແມ່ນຕ້ອງຖືກດໍາເນີນ ແລະ ເກັບຮັກສາຢູ່ໃນ ສປປ ລາວ.

ຂ່າວ: ກອງເລຂາ

ກວດແກ້ ແລະ ຮຽບຮຽງ: ພະແນກປະຊາສໍາພັນ (BL)

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ