ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

24/12/2025

ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 23 ທັນວາ 2025, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີພິທີປະກາດແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ, ພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປິຕິວັດລາວ ແລະ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພິທີປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02/12/1945 – 02/12/2025) ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920 – 13/12/2025).

ໃນພິທີ, ສະຫາຍ ມະໂນໂທອງ ວົງລໍຄໍາ, ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ, ກຕສ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານ ຂັ້ນຮອງຫົວໜ້າກົມ/ສູນ ຈໍານວນ 04 ທ່ານ, ຍິງ 01 ທ່ານ, ຂັ້ນຫົວໜ້າພະແນກ 02 ທ່ານ, ຍິງ 01 ທ່ານ, ຮອງພະແນກ 01 ທ່ານ, ຍິງ 01 ທ່ານ. ພ້ອມນີ້, ກໍໄດ້ມີພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປິຕິວັດລາວ ໃຫ້ສະມາຊິກພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈໍານວນ 24 ສະຫາຍ, ຍິງ 03 ສະຫາຍ, ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ພະນັກງານ-ລັດຖະກອນ ປະຈໍາການ ແລະ ບໍານານ ຂອງ ກຕສ ທັງໝົດ 1,187 ສະຫາຍ, ຍິງ 480 ສະຫາຍ, ຊຶ່ງໃຫ້ກຽດຂຶ້ນປະດັບຫຼຽນໂດຍ ສະຫາຍ ສັນຕິສຸກ ສິມມາລາວົງ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກຕສ.

ໃນໂອກາດດຽວກັນນີ້, ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຂຶ້ນ ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02/12/1945 – 02/12/2025) ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920 – 13/12/2025) ເພື່ອເຮັດໃຫ້ ພະນັກງານ-ລັດຖະກອນ ທົ່ວຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຫວນຄືນມູນເຊື້ອ ແຫ່ງການຕໍ່ສູ້ອັນພິລະອາດຫານ ແລະ ໄຊຊະນະອັນຍິ່ງໃຫຍ່ ໃນການສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ສະແດງຄວາມກະຕັນຍູຮູ້ບຸນຄຸນ ອັນລົ້ນເຫຼືອຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ, ຜູ້ນຳທີ່ມີຄວາມສະຫຼາດສ່ອງໃສ  ແລະ ນຳເອົາຄຸນສົມບັດສິນທຳປະຕິວັດ ແລະ ແນວຄິດແຫ່ງການປ່ຽນແປງໃໝ່ຢ່າງມີຫຼັກການ ຂອງປະທານ ໄກສອນ ພົມວິຫານ ມາເປັນເຂັມທິດຊີ້ທາງໃນການພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ເພື່ອການຫັນເປັນດີຈີຕອນຂອງປະເທດຊາດ, ເພື່ອສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກທົ່ວຂະ
 ແໜງການເຕັກໂນໂລຊີ ແລະ ການສື່ສານ ເພີ່ມທະວີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໃນການສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ.

ໃນພິທີຄັ້ງນີ້ມີ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກຕສ, ມີບັນດາສະຫາຍຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ສະຫາຍເລຂາໜ່ວຍພັກຮາກຖານ, ເລຂາຄະນະພັກຮາກຖານ ແລະ ສະມາຊິກພັກ-ພະນັກງານ ທົ່ວອົງຄະນະພັກກະຊວງ ພ້ອມດ້ວຍ ພະນັກງານອາວຸໂສບໍານານເຂົ້າຮ່ວມ.

ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ