24/12/2025
ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມທົບທວນຄືນວຽກງານ ຫ້ອງການ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026 ຂຶ້ນ ໃນຕອນເຊົ້າຂອງວັນທີ 24 ທັນວາ 2025, ທີ່ຫ້ອງປະຊຸມ ຂອງ ສູນອິນເຕີເນັດແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຂອງ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ, ມີບັນດາຮອງຫົວໜ້າຫ້ອງການ, ບັນດາຄະນະພະແນກ ພ້ອມດ້ວຍພະນັກງານວິຊາການພາຍໃນຫ້ອງການເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ທ່ານ ຫົວໜ້າຫ້ອງການ ໄດ້ລາຍງານໂດຍຫຍໍ້ ການຈັດຕັ້ງປະຕິບັດວຽກງານຂອງຫ້ອງການ ໃນໄລຍະ 01 ປີ ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕໍ່ທ່ານຮອງລັດຖະມົນຕີຊາບ. ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດເຫັນ, ປຶກສາຫາລື ເພື່ອຮ່ວມກັນທົບທວນຄືນ ແລະ ວາງທິດການຈັດຕັ້ງປະຕິບັດວຽກງານຂອງ ຫ້ອງການ ໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ສິດທິພອນ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະຫ້ອງການ ກໍຄື ອ້າຍນ້ອງພະນັກງານພາຍໃນຫ້ອງການ ທີ່ສາມາດຍາດໄດ້ຜົນງານຕະຫຼອດໄລຍະ 01 ປີຜ່ານມາ. ທ່ານໄດ້ຍົກໃຫ້ເຫັນບົດບາດຄວາມສໍາຄັນ ຂອງ ຫ້ອງການ ແມ່ນເປັນເສນາທິການຫຼັກໃຫ້ແກ່ ການນໍາກະຊວງ, ບໍ່ວ່າຈະເປັນທາງດ້ານວຽກງານ ຄົ້ນຄວ້າສັງລວມ, ເລຂານຸການ, ບໍລິຫານ, ພິທີການ, ວຽກງານນິຕິກໍາ, ວຽກງານຮ່ວມມືສາກົນ, ວຽກງານ ຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຕະຫຼອດຮອດວຽກງານໂຄສະນາປະຊາສໍາພັນ. ສະນັ້ນ, ຈຶ່ງເວົ້າໄດ້ວ່າ ຫ້ອງການ ແມ່ນມີບົດບາດສໍາຄັນໃນການເປັນກົນໄກຂັບເຄື່ອນການຈັດຕັ້ງປະຕິບັດວຽກງານປິ່ນອ້ອມກະຊວງ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ອ້າຍນ້ອງພະນັກງານພາຍໃນຫ້ອງການ ເອົາໃຈໃສ່ຮັກສາມູນເຊື້ອຄວາມສາມັກຄີ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄວາມຮູ້, ຄວາມສາມາດ, ປັບປຸງແບບແຜນວິທີການເຮັດວຽກໃຫ້ມີຄວາມຄ່ອງແຄ້ວ, ວ່ອງໄວ, ທັນສະໄໝ ແລະ ຮັບປະກັນ ດັ່ງຄໍາຂວັນ 03 ດີ ຄື: ເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ຮັບໃຊ້ທີ່ດີ.


ຂ່າວ: ພະແນກປະຊາສໍາພັນ

