25/12/2025
ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສະຫຼຸບຜົນງານການຈັດຕັ້ງປະຕິບັດງານ ຂອງທ່ານ ທ່ານ ຊາງກິ ບຸ່ນ (SANG KI BYOUN) ຊ່ຽວຊານ ເກົາຫຼີ ທີ່ໄດ້ມາປະຈໍາ ແລະ ປະຕິບັດວຽກງານ ຢູ່ກົມໄປສະນີ ໃນໄລຍະປີ 2019-2025, ໃນວັນທີ 19 ທັນວາ 2025, ທີ່ຫ້ອງປະຊຸມໃຫຍ່ ຂອງສູນອິນເຕີເນັດແຫ່ງຊາດ. ໂດຍການເປັນປະທານ ຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກຕສ ມີບັນດາທ່ານຫົວໜ້າກົມ, ສະຖາບັນ, ສູນ, ບໍລິສັດໄປສະນີ ແລະ ຄະນະຊ່ຽວຊານຈາກເກົາຫຼີ, ວິຊາການ ເຂົ້າຮ່ວມ 45 ທ່ານ.


ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນໂອກາດອັນສໍາຄັນຢ່າງຍິ່ງ ໃນການທົບທວນຄືນຜົນງານທີ່ໄດ້ດໍາເນີນມາຕະຫຼອດໄລຍະເວລາຫຼາຍປີຜ່ານມາ ເພື່ອສະຫຼຸບບົດຮຽນ ແລະ ປະເມີນຜົນສໍາເລັດໃນການຈັດຕັ້ງປະຕິບັດ ພ້ອມທັງກໍານົດແນວທາງ ແລະ ທິດທາງໃນການສືບຕໍ່ພັດທະນາວຽກງານໄປສະນີຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝ, ມີປະສິດທິຜົນ ແລະ ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາຊົນ ແລະ ການພັດທະນາເສດຖະກິດ–ສັງຄົມ ຂອງປະເທດ. ຕະຫຼອດໄລຍະປີ 2019–2025 ຜ່ານມາ ການຮ່ວມມືລະຫວ່າງກົມໄປສະນີ ແຫ່ງ ສປປ ລາວ ກັບຊ່ຽວຊານຈາກ ສ. ເກົາຫຼີ ກໍຄື ທ່ານ ຊາງກິ ບຸ່ນ ໄດ້ດໍາເນີນໄປດ້ວຍຄວາມເຂັ້ມແຂງ, ຕໍ່ເນື່ອງ ແລະ ມີການຮ່ວມມືທີ່ແໜ້ນແຟ້ນ. ເຊິ່ງຊ່ຽວຊານເກົາຫຼີ ໄດ້ມີບົດບາດສໍາຄັນໃນການສະໜັບສະໜູນດ້ານວິຊາການ, ການຖ່າຍທອດຄວາມຮູ້, ການຝຶກອົບຮົມບຸກຄະລາກອນ, ການປັບປຸງລະບົບບໍລິການ, ການນໍາເອົາເທັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆ ເຂົ້າມາປະຍຸກໃຊ້ໃນວຽກງານໄປສະນີ, ຊຶ່ງໄດ້ຊ່ວຍຍົກລະດັບຄຸນນະພາບການບໍລິການ, ປັບປຸງຄວາມວ່ອງໄວ ແລະ ການດໍາເນີນວຽກງານໄປສະນີໃຫ້ມີປະສິດທິພາບຫຼາຍຂຶ້ນພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ໃຊ້ບໍລິການຢ່າງກວ້າງຂວາງ. ກອງປະຊຸມໃນຄັ້ງນີ້, ແມ່ນໄດ້ສະແດງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຮູ້ເຖິງຜົນງານໃນການປະຕິບັດວຽກງານຕະຫຼອດໄລຍະເວລາທີ່ຜ່ານມາ ຂອງຊ່ຽວຊານ ໃນການວາງແຜນພັດທະນາເປັນແຕ່ລະບາດກ້າວ ໃນຂະແໜງການໄປສະນີ ພ້ອມທັງສະແດງຄວາມຊື່ນຊົມ ແລະ ຂອບໃຈຢ່າງສຸດຈິງຕໍ່ຄວາມທຸ່ມເທ, ຄວາມຮັບຜິດຊອບ, ຄວາມອົດທົນ ແລະ ຈິດໃຈແຫ່ງມິດຕະພາບ ຂອງທ່ານ ຊາງກິ ບຸ່ນ ທີ່ໄດ້ປະກອບສ່ວນຢ່າງສໍາຄັນຕໍ່ການພັດທະນາຂະແໜງໄປສະນີຂອງ ສປປ ລາວ ເຊິ່ງຜົນງານໄດ້ປາກົດຢ່າງເປັນຮູບປະທຳ ສະທ້ອນໃຫ້ເຫັນເຖິງຄວາມສໍາເລັດຂອງການຮ່ວມມືໃນໄລຍະຜ່ານມາ ແລະ ການຮ່ວມມືລະຫວ່າງສອງປະເທດ.


ໃນຕອນທ້າຍ ທ່ານປະທານ ໄດ້ມີຄຳເຫັນຕໍ່ກອງປະຊຸມສະຫຼຸບຜົນງານການ ແລະ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຊາງກິ ບຸນ ຜູ້ທີ່ມີຜົນງານ ແລະ ການອຸທິດຕົນໃນການປະຕິບັດວຽກງານ ຊຶ່ງເປັນສິ່ງທີ່ມີຄຸນຄ່າ ແລະ ເປັນຜົນປະໂຫຍດຢ່າງແທ້ຈິງຕໍ່ການພັດທະນາຂະແໜງໄປສະນີຂອງ ສປປ ລາວ. ຊ່ວຍເປັນທີ່ປຶກສາ, ໃຫ້ຄໍາແນະນໍາ ແລະ ຄວາມຮູ້ຄວາມສາມາດປະກອບສ່ວນເຂົ້າໃນການພັດທະນາຂະແໜງໄປສະນີ, ສົ່ງເສີມການນໍາໃຊ້ເຕັກໂນໂລຊີດິຈິຕອນ ແລະ ການພັດທະນາການບໍລິການໄປສະນີໃນຍຸກດິຈິຕອນໄດ້ໂດຍມີປະສິດທິພາບສູງສຸດ


ຂ່າວ ກົມໄປສະນີ
ຮູບ ທ່ານ ພຸດດາວອນ ພາສຸວັນ

