ກອງປະຊຸມສະຫຼຸບວຽກງານ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026

29/12/2025

ກອງປະຊຸມສະຫຼຸບວຽກງານ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026

ໃນວັນທີ 25 ທັນວາ 2025, ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ຂຶ້ນຢ່າງເປັນທາງການທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່, ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ). ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫຼ້າຄຳຟອງ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີການເຂົ້າຮ່ວມຂອງ ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຮອງປະທານ-ຜູ້ປະຈຳການ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ/ທຽບເທົ່າ, ຫົວໜ້າ-ຮອງຫົວໜ້າກົມ ແລະ ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ແລະ ຄະນະ ຄຄອຊ ຢູ່ສູນກາງ, ບັນດາທ່ານປະທານ–ຮອງປະທານ ຄະນະກຳມະການປົກຄອງແຂວງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ຫົວໜ້າ–ຮອງຫົວໜ້ພະແນກບັນດາອົງການປົກຄອງທ້ອງຖິ່ນ, ບັນດາອົງການພັກ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້, ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກຕສ, ທັງເປັນຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ສະເໜີຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ຄຄອຊ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ສະເໜີ ຮ່າງການປັບປຸງດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄຄອຊ, (ສະບັບເລກທີ 559/ຄຄອຊ, ລົງວັນທີ 31 ທັນວາ 2018). ຊຶິ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ ທີ່ຕິດພັນກັບການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ການພັດທະນາຂົງເຂດດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ, ການຕິດຕໍ່ພົວພັນກັບສັງຄົມຕ່າງໆ, ຍິ່ງເຫັນໄດ້ແຈ້ງເຖິງຄວາມສໍາຄັນ ແລະ ຄວາມຈຳເປັນຂອງອິນເຕີເນັດ. ຄຽງຄູ່ກັບຜົນປະໂຫຍດອັນມະຫາສານຈາກອິນເຕີເນັດ ກໍເຫັນໄດ້ແຈ້ງເຖິງບັນຫາ ແລະ ສິ່ງທ້າທາຍຕ່າງໆ, ໂດຍສະເພາະ ແມ່ນການນໍາໃຊ້ສື່ສັງຄົມອອນລາຍ ແລະ ການນຳໃຊ້ອິນເຕີເນັດ ໄປໃນທາງທີ່ບໍ່ດີ. ໂດຍ ຄຄອຊ ກໍໄດ້ຊີ້ນຳ ພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ຄົ້ນຄວ້າຫາວິທີການແກ້ໄຂດ້ວຍມາດຕະການຕ່າງໆ ເພື່ອແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ. ໃນໄລຍະຜ່ານມາ ຄຄອຊ ສາມາດຈຳກັດ ແລະ ມີຜົນສຳເລັດໃນເບື້ອງຕົ້ນທີ່ສຳຄັນ ບໍ່ວ່າຈະເປັນຂົງເຂດລວມສູນການສື່ສານ, ການກວດກາຄື້ນຄວາມຖີ່ວິທະຍຸສື່ສານ, ການນຳໃຊ້ສັນຍານ-ການນຳໃຊ້ສາຍສົ່ງ ໂທລະຄົມມະນາຄົມ, ການສຸມໃສ່ຂຶ້ນທະບຽນເລກໝາຍໂທລະສັບ, ການປັບປຸງພື້ນຖານໂຄງລ່າງດິຈິຕອນ, ການຄຸ້ມຄອງຄວາມປອດໄພທາງດ້ານໄຊເບີ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ດ້ານອື່ນໆ.

:

ພ້ອມນັ້ນ, ທ່ານ ຄົມສັນ ໄຊຍະສານ, ຫົວໜ້າກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຂຶ້ນລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຂອງຄຸ້ມຄອງຫາງສຽງບໍ່ດີໃນສັງຄົມ ໃນສື່ສັງຄົມອອນລາຍ ປະຈຳປີ 2025 ບັນຫາຄົງຄ້າງ, ສິ່ງທ້າທາຍຕ່າງໆ ແລະ ທິດທາງແຜນການປະຈຳປີ 2026. ໃນໂອກາດດຽວກັນນີ້, ທ່ານ ໄຊສົມຫວັງ ສຸວັນນະວົງ, ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ, ຫົວໜ້າກອງເລຂາ ໜ່ວຍງານຕ້ານການຫຼອກລວງທາງອອນລາຍ ໄດ້ຂຶ້ນລາຍງານ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະ ຮັບຜິດຊອບ ທີ່ຂຶ້ນກັບຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ. ໜ່ວຍງານດັ່ງກ່າວ ໄດ້ເຮັດວຽກຮ່ວມກັນຫຼາຍຄັ້ງ ເພື່ອຄົ້ນຄວ້າວິທີການ ແລະ ຊີ້ນຳໃຫ້ພາກສ່ວນຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ບັນດາທະນາຄານທຸລະກິດ ແລະ ສື່ມວນຊົນສຳນັກຕ່າງໆ ເຜີຍແຜ່ຕໍ່ສັງຄົມ ເພື່ອເປັນການສ້າງຈິດສຳນຶກ ແລະ ສະຕິລະມັດລະວັງຕົວ, ເຮັດໃຫ້ປະຊາຊົນໄດ້ມີຄວາມເຂົ້າໃຈຫຼາຍຂຶ້ນ ສາມາດຫຼຸດຜ່ອນການຫຼົງເຊື່ອຕໍ່ຮູບແບບການຫຼອກລວງ, ສໍ້ໂກງໄດ້ເປັນຢ່າງດີ. ພ້ອມນັ້ນ, ຍັງໄດ້ຄົ້ນຄວ້າສ້າງ ສູນຕ້ານການຫຼອກລວງທາງອອນລາຍ ສາຍດ່ວນ 1533 ແລະ ໄດ້ມີພິທີເປີດນຳໃຊ້ຢ່າງເປັນທາງການ ໃນວັນດຽວກັນ, ຊຶ່ງການເປີດດຳເນີນການຕົວຈິງ ແມ່ນຈະເລີ່ມຕົ້ນໃນວັນທີ 29 ທັນວາ 2025. 

ຕອນທ້າຍ, ທ່ານ ພົອ ວິໄລ ຫຼ້າຄຳຟອງ, ໄດ້ມີຄໍາເຫັນຊີ້ນຳ ຕໍ່ກັບການສະຫຼຸບລາຍງານ, ທິດທາງແຜນການ ແລະ ຂໍ້ສະເໜີຕ່າງໆ ໃນການຈັດຕັ້ງປະຕິບັດບັນດາວຽກງານໃນຕໍ່ໜ້າ. ໂດຍໄດ້ຕີລາຄາສູງ ຕໍ່ການຄົ້ນຄວ້າ, ການກຳນົດບັນດາເປົ້າໝາຍທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ຈະຕ້ອງຄຸ້ມຄອງ ແລະ ພັດທະນາວຽກງານອິນເຕີເນັດ, ຊຶ່ງກໍແມ່ນວຽກງານຂອງທຸກໆພາກສ່ວນ ທີ່ຈະຕ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ ສາມາດປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມທັງ, ຊຸກຍູ້ການຫັນເປັນດິຈິຕອນຂອງປະເທດເຮົາ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກ ໃຫ້ເອົາໃຈໃສ່ບາງບັນຫາ ເປັນຕົ້ນແມ່ນ: ການຄົ້ນຄວ້າປັບປຸງ ພາລະບົດບາດ ຂອງ ຄຄອຊ, ການປັບປຸງ ແລະ ສ້າງ ບັນດາຈຸດປະສານງານ ຄຄອຊ ຢູ່ແຕ່ລະກະຊວງ, ອົງການພັກ-ລັດ ແລະ ບັນດາ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ຂັ້ນແຂວງ/ນະຄອນຫຼວງວຽງຈັນ ໃຫ້ສອດຄ່ອງກັບ ສະພາບການ ຕົວຈິງ ໃນປະຈຸບັນ, ເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງ ບັນດານິຕິກຳທີ່ມີແລ້ວ, ນິຕິກໍາໃດ ຄວນໄດ້ປັບປຸງຄືນ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່ໃນປັດຈຸບັນ ເປັນຕົ້ນແມ່ນ: ປັບປຸງ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ, ປັບປຸງ ດໍາລັດວ່າດ້ວຍ ການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ, ສ້າງຍຸດທະສາດການພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດ ແຫ່ງຊາດ, ຍຸດທະສາດຄວາມປອດໄພໄຊເບີ ແຫ່ງຊາດ, ຍຸດທະສາດການພັດທະນາ ພື້ນຖານໂຄງລ່າງດິຈິຕອນ, ຍຸດທະສາດການພັດທະນາ ເລກໝາຍອິນເຕີເນັດ ຮຸ່ນທີ 6 ແລະ ນິຕິກຳອື່ນໆ ເພື່ອເປັນບ່ອນອີງໃຫ້ວຽກງານຄຸ້ມຄອງອິນເຕີເນັດ ແລະ ຄຸ້ມຄອງຄວາມປອດໄພ ທາງໄຊເບີ ຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການໃນແຕ່ລະໄລຍະ, ເພີ່ມທະວີ ແລະ ປັບປຸງ ວຽກງານຕິດຕາມ, ກວດກາ ແລະ ຕອບໂຕຫາງສຽງບໍ່ດີໃນສັງຄົມໃຫ້ເຂັ້ມແຂງ ແລະ ມີປະສິດທິພາບກວ່າເກົ່າ, ເພີ່ມທະວີການຄຸ້ມຄອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ, ເລັ່ງຈັດຕັ້ງປະຕິບັດການລົງທະບຽນເລກໝາຍໂທລະສັບ ໃຫ້ສໍາເລັດຕາມແຜນການ ແລະ ພັດທະນາ ໂທລະຄົມມະນາຄົມ ແລະ ອິນເຕີເນັດ, ຂະຫຍາຍລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ໄປສູ່ເຂດຫ່າງໄກສອກຫຼີກ ສາມາດເຂົ້າເຖິງການນໍາໃຊ້ອິນເຕີເນັດໄດ້, ໃນປີ 2026, ຄຄອຊ ຕ້ອງໄດ້ເລັ່ງແກ້ໄຂ ບັນຫາຫຍໍ້ທໍ້ ຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຊັ່ນ: ອາຊະຍາກໍາ ແລະ ການຕົວະຍົວະຫຼອກລວງຜ່ານລະບົບອິນເຕີເນັດ, ຜ່ານແກ້ງຄໍເຊັນເຕີ, ຕິດຕາມກວດກາບັນດາສື່ ແລະ ເວັບໄຊລາມົກອານາຈານ, ບັນຫາ ເກມ-ການພະນັນ, ຄາສິໂນອອນລາຍ, ການຄ້າຂາຍຫວຍເຖື່ອນ, ການຄ້າປະເວນີ, ການຄ້າຢາເສບຕິດຜ່ານທາງອອນລາຍ ຕ່າງໆທີ່ຜິດກົດໝາຍ ເພື່ອເຮັດໃຫ້ສະພາບແວດລ້ອມອິນເຕີເນັດ ຂອງ ສປປ ລາວ ມີຄວາມປອດໄພ ແລະ ຄົ້ນຄວ້າການຮ່ວມມື ແລກປ່ຽນບົດຮຽນ ກັບປະເທດຄູ່ຮ່ວມມືຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ອົງການສາກົນຕ່າງໆ ໃນວຽກງານການພັດທະນາ ແລະ ການຄຸ້ມຄອງ ອິນເຕີເນັດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ