ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໃນການພັດທະນາຖານລະບົບທັນສະໄໝ ເພື່ອພັດທະນາເສດຖະກິດພິເສດ ແລະ ສ້າງເສດຖະກິດດິຈິຕອນ ຢູ່ ສປປ ລາວ

29/12/2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໃນການພັດທະນາຖານລະບົບທັນສະໄໝ ເພື່ອພັດທະນາເສດຖະກິດພິເສດ ແລະ ສ້າງເສດຖະກິດດິຈິຕອນ ຢູ່  ສປປ ລາວ

ກົມເຕັກໂນໂລຊີດິຈິຕອນ, , ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ບໍລິສັດ ແອວໄອທີ ໂຊລູຊັນຈຳກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໃນການພັດທະນາຖານລະບົບທັນສະໄໝ ເພື່ອພັດທະນາເສດຖະກິດພິເສດ ແລະ ສ້າງເສດຖະກິດດິຈິຕອນ ຢູ່  ສປປ ລາວ ເພື່ອເປັນບ່ອນອີງໃຫ້ແກ່ທັງສອງຝ່າຍ ໃນການຮ່ວມມືສຶກສາຄວາມເປັນໄປໄດ້ ໃນການພັດທະນາ ຖານລະບົບທັນສະໄໝ ເພື່ອພັດທະນາເສດຖະກິດພິເສດ ແລະ ສ້າງເສດຖະກິດດິຈິຕອນ ຢູ່ ສປປ ລາວ, ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ ແນໃສ່ສົ່ງເສີມການນໍາໃຊ້ເຕັກໂນໂລຊີດິຈິຕອນ ທີ່ທັນສະໄໝ ແລະ ຍົກລະດັບວຽກງານວິຊາສະເພາະ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີປະສິດທິພາບສູງຂຶ້ນ.

ຈຸດປະສົງຂອງການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, , ທັງສອງຝ່າຍຈະໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດຕາມຂອບເຂດການຮ່ວມມື ດັ່ງນີ້: ສຶກສາຄວາມເປັນໄດ້ການຮ່ວມມືພັດທະນາ ແລະ ປະຍຸກໃຊ້ເຕັກໂນໂລຊີ ປັນຍາປະດິດ (Artificial Intelligence - AI) ເປັນຕົ້ນແມ່ນ: AI ສຳລັບການພັດທະນາພື້ນຖານໂຄ່ງລ່າງດິຈິຕອນ, AI ຊ່ວຍໃນການເກັບກໍາສະຖິຕິເສດຖະກິດດິຈິຕອນ, AI ຊ່ວຍກວດສອບເອກະສານ, ການວິເຄາະຂໍ້ມູນການນຳໃຊ້ພື້ນຖານໂຄງລ່າງ, AI ຄາດຄະເນຄວາມຕ້ອງການພື້ນຖານໂຄງລ່າງ, AI ຄາດຄະເນໂອກາດການລົງທຶນ, ວິເຄາະຂໍ້ມູນເຂດເສດຖະກິດ, ວິເຄາະທຸລະກຳດີຈີຕອນ ແລະ ອື່ນໆ, ສຶກສາຄວາມເປັນໄດ້ໃນການພັດທະນາຖານລະບົບ ເປັນຕົ້ນ: ຖານລະບົບອະນຸຍາດອອນລາຍສຳລັບເຂດເສດຖະກິດພິເສດ, ການຄຸ້ມຄອງວຽກງານພາຍໃນ, ຖານລະບົບທີ່ໃຫ້ບໍລິການແຜນທີ່ ໃນ ສປປ ລາວ ແລະ ບັນດາຖານລະບົບດິຈິຕອນອື່ນໆ, ສຶກສາຄວາມເປັນໄປໄດ້ໃນການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ແລະ ເຕັກໂນໂລຊີການເງິນ (FinTech) ໃນການພັດທະນາລະບົບການຊໍາລະ ແລະ ການໂອນຍ້າຍມູນຄ່າແບບດິຈິຕອນ ແລະ ການອອກນຳໃຊ້ຊັບສິນດິຈິຕອນ (Digital Asset) ທີ່ປອດໄພ,​ ໂປ່ງໃສ ແລະ ມີປະສິດທິພາບ, ສຶກສາຄວາມເປັນໄປໄດ້ໃນການພັດທະນາ ແລະ ປະຍຸກໃຊ້ເຕັກໂນໂລຊີ Blockchain ໃນການຢັ້ງຢືນຄວາມຖືກຕ້ອງຂອງເອກະສານທາງການ ຫຼື ການຈ່າຍເງິນຂອງລັດ, Blockchain ສໍາລັບການໂອນເງິນ ແລະ ການກວດສອບທຸລະກໍາ ຂອງຂະແໜງການເງິນ ແລະ ທະນາຄານ, Blockchain ອອກໃບຢັ້ງຢືນ ແລະ ໃບປະກາດການສຶກສາ, ໃນການອອກຄະແນນສຽງ, Blockchain ຢັ້ງຢືນ, ຄຸ້ມຄອງ ແລະ ແລກປ່ຽນຂໍ້ມູນທີ່ດິນ ແລະ ເຊື່ອມຕໍ່ຂໍ້ມູນແບບດິຈິຕອນ ກັບບັນດາທະນາຄານ, ບັນດາອົງການປົກຄອງທ້ອງຖິ່ນ ແລະ ບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງ, Blockchain ເກັບກໍາຂັ້ນຕອນການຜະລິດກະສິກໍາ, Blockchain ສຳລັບໜ້າວຽກຄຸ້ມຄອງບຸກຄົນ, Blockchain ສຳລັບໜ້າວຽກຄຸ້ມຄອງຊັບສິນ, Blockchain ສຳລັບໜ້າວຽກສິນຄ້າອຸປະໂພກ-ບໍລິໂພກ, ສຶກສາຄວາມເປັນໄດ້ໃນການພັດທະນາລະບົບບໍລິຫານຈັດການຊັບສິນດິຈິຕອນ ເປັນຕົ້ນ: ການຂຶ້ນທະບຽນຊັບສິນດິຈິຕອນ, ການອອກຫຼຽນໂທເຄັນດິຈິຕອນ (Digital Token) ເພື່ອເປັນຕົວກຳນົດມູນຄ່າຊັບສິນດັ່ງກ່າວ ໃນຮູບແບບດິຈິຕອນ ເຊັ່ນ: ໂຄງການເຂື່ອນໄຟຟ້າ, ພະລັງງານຕ່າງໆ, ໂຄງການທາງດ່ວນ ແລະ ໂຄງການອື່ນໆ ເຊິ່ງເປັນໂຄງການຂະໜາດໃຫຍ່ ເພື່ອຫັນເປັນຮູບແບບຊັບສິນດິຈິຕອນ; ສຶກສາຄວາມເປັນໄປໄດ້ໃນການພັດທະນາມາດຕະຖານເຕັກນິກຂອງການແລກປ່ຽນ, ຊື້-ຂາຍ ທີ່ເປັນຮູບແບບພື້ນຖານຂອງຊັບສິນດິຈິຕອນ, ຖານລະບົບແລກປ່ຽນ ຊື້-ຂາຍ ເງິນຄຣິບໂຕ; ການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນດິຈິຕອນສຳລັບການພັດທະນາໂຄງລ່າງທີ່ທັນສະໄໝ ແລະ ເສດຖະກິດດິຈິຕອນ.

ພິທີເຊັນບົດບັນທຶກຕວາມເຂົ້າໃຈ ໄດ້ຈັດຂຶ້ນວັນທີ 25 ທັນວາ 2025, ທີ່ຕຶກອຸທິຍານດິຈິຕອນ ມີຕາງໜ້າລົງນາມໃນຄັ້ງນີ້ ໂດຍ ທ່ານ ປະສິດທິເດດ ຫຼວງວິໄລ, ຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ ແລະ ທ່ານ ນາງ ມາລານີ ວົງໄຊ ຮອງປະທານ ບໍລິສັດ ແອວໄອທີ ໂຊລູຊັນ ຈຳກັດ, ຮ່ວມລົງນາມເປັນພະຍານ ໂດຍ ທ່ານ ນາງ ຈັນອົບ ສີຫາລາດ ຮອງຫົວໜ້າຫ້ອງການ, ກຕສ ແລະ ທ່ານ ວົງທອງ ໄຊຍະເພັດ ຜູ້ອໍານວຍການ ບໍລິສັດ ພັນທະມິດ ກຣຸບ ຈຳກັດ. ໂດຍມີ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກຕສ, ທ່ານ ນ. ສີຣິລັກ ໄຊຍະບຸນຊູ ຫົວໜ້າກົມເຕັກໂນໂລຊີດິຈິຕອນ, ທ່ານ ສຸລິຍາ ຈິນດາວົງ ປະທານ ບໍລິສັດ ແອວໄອທີ ໂຊລູຊັນ ຈຳກັດ, ພ້ອມດ້ວຍຕາງໜ້າຈາກບັນດາ ກົມ, ສູນ, ສະຖາບັນ ແລະ ອົງການພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ  ຄະນະຜູ້ບໍລິຫານ ພ້ອມດ້ວຍພະນັກງານ ບໍລິສັດ ແອວໄອທີ ໂຊລູຊັນ ຈຳກັດ ແລະ ບໍລິສັດ ພັນທະມິດ ກຣຸບ ຈຳກັດ ເຂົ້າຮ່ວມເປັນສັກຂີພິຍານ.

ພາບ ແລະ ຂ່າວ: ກົມເຕັກໂນໂລຊີດີຈີຕອນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ