ກອງປະຊຸມລາຍງານ ຫົວບົດຄົ້ນຄວ້າວິທະນາສາດ ແລະ ການສຶກສາຄູ ລະດັບຊາດ ຄັ້ງທີ I

05/01/2026

ກອງປະຊຸມລາຍງານ ຫົວບົດຄົ້ນຄວ້າວິທະນາສາດ ແລະ ການສຶກສາຄູ ລະດັບຊາດ ຄັ້ງທີ I

ໃນວັນ​ທີ 26 ທັນວາ 2025 ຜ່ານມາ, ທ່ານ ນາງ ປອ ໃຈມາລີ ພະກະຊຸມ, ຮອງຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນຳພາຄະນະ ເດີນທາງເຂົ້າຮ່ວມກອງປະຊຸມລາຍງານ ຫົວບົດຄົ້ນຄວ້າວິທະນາສາດ ແລະ ການສຶກສາຄູ ລະດັບຊາດ ຄັ້ງທີ I, ພາຍໃຕ້ຫົວຂໍ້: “ນະວັດຕະກຳທາງດ້ານວິທະຍາສາດ ແລະ ການສຶກສາຄູໃນຍຸກປັນນາປະດິດ” ( Proceedings of the 1’st  National Conference on Science and Teacher Education Research (1’st NCSTER). Theme “ Innovative Science and Teacher Education in the Era of AI”), ທີ່: ວິທະຍາໄລຄູຄັງໄຂ, ເມືອງ ແປກ, ແຂວງ ຊຽງຂວາງ.

ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ປອ ໃຈມາລີ ພະກະຊຸມ ໄດ້ຂຶ້ນນຳສະເໜີໃນຫົວຂໍ້ : “A Qualitative Analysis of AI Tool Utilization and its Impact on Academic Workload Management and Practical Skills among Educators and Post-Graduates in Vientiane,Lao PDR”  ແລະ ໄດ້ມີການແລກປ່ຽນສົນທະນາຢ່າງມີຄວາມໝາຍ ລະຫວ່າງ ບັນດາອາຈານ, ສາດສະດາຈານ/ຮອງສາດສະດາຈານ, ນັກຄົ້ນຄວ້າ ແລະ ຜູ້ເຂົ້າຮ່ວມທຸກຄົນ. ພ້ອມນີ້, ການປະຊຸມດັ່ງກ່າວ ຍັງໄດ້ສ້າງເຄືອຂ່າຍການຄົ້ນຄວ້າ ແລະ ນຳໃຊ້ຄວາມຮູ້ ທີ່ໄດ້ຮັບຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຜົນປະໂຫຍດທາງດ້ານວຽກງານການສຶກສາ ຂອງຊາດ. ນອກຈາກນັ້ນ, ການຄົ້ນຄວ້າວິທະຍາສາດ ເປັນ 1 ໃນ 3 ພາລະບົດບາດຫຼັກຂອງ ສຕສ ກໍຄື ເປັນວຽກງານພັດທະນາຄຸນນະພາບຄູອາຈານ ແລະ ຍົກບົດບາດຄວາມສໍາຄັນຂອງການພັດທະນາດ້ານທິດສະດີ ຫັນເຂົ້າສູ່ພຶດຕິກຳ ທີ່ມີວິທະຍາສາດ ເປັນຜົນປະໂຫຍດໃຫ້ແກ່ສັງຄົມ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ