ຄະນະຜູ້ແທນຈາກ ກຕສ ເຂົ້າຮ່ວມຝຶກອົບຮົມດ້ານດິຈິຕອນ ທີ່ມະຫາວິທະຍາໄລຢຸນນານ. ສປ ຈີນ.

05/01/2026

ຄະນະຜູ້ແທນຈາກ ກຕສ ເຂົ້າຮ່ວມຝຶກອົບຮົມດ້ານດິຈິຕອນ ທີ່ມະຫາວິທະຍາໄລຢຸນນານ. ສປ ຈີນ.

ໃນລະຫວ່າງວັນທີ 12-26 ທັນວາ 2025 ຜ່ານມາ, ທ່ານ ປອ ທ່ຽງທໍາ ແກ້ວປະສິດ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນໍາພາພະນັກງານ-ວິຊາການ ພານໃນ ກຕສ ຈໍານວນ 20 ທ່ານ ເຂົ້າຮ່ວມຝຶກອົບຮົມດ້ານດິຈິຕອນ, ທີ່ມະຫາວິທະຍາໄລຢຸນນານ, ສປ ຈີນ. ຊຶ່ງໄດ້ຈັດຂຶ້ນພາຍໃຕ້ກອບການຮ່ວມມື ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ມະຫາວິທະຍາໄລຢຸນນານ.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້, ແມ່ນເພື່ອເສີມສ້າງຄິດອາດຄວາມສາມາດ ດ້ານດິຈິຕອນໃຫ້ແກ່ວິຊາການຂອງ ສປປ ລາວ ໄດ້ຮຽນຮູ້ການວາງແຜນຍຸດທະສາດດ້ານດິຈິຕອນ, ການວາງແຜນເສດຖະກິດມະຫາພາບ, ປັນຍາປະດິດ, cloud computing, ຄວາມປອດໄພດ້ານຂໍ້ມູນຂ່າວສານ, ການບໍລິຫານການຄ້າດິຈິຕອນ ແລະ ອື່ນໆ. ນອກຈາກນີ້, ຍັງໄດ້ໄປຢ້ຽມຢາມບັນດາໂຮງງານ ແລະ ບໍລິສັດຕ່າງໆທີ່ນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາເຂົ້າໃນການບໍລິຫານ, ການຜະລິດ, ການແປຮູບ ແລະ ການບໍລິການ ເປັນຕົ້ນແມ່ນ: ໄປຢ້ຽມຢາມ ກຸ່ມບໍລິສັດການພັດທະນາການລົງທືນໂມຫານຢູນນານ (YUNNAN  MOHAN Development Investment Group), ກຸ່ມບໍລິສັດຕ້າທີ (TAETEA Group), ໂຮງງານຜະລິດຢາ ໄປເຢົາ (Yunnan BAIYAO), ບໍລິສັດກາເຟພູເອີ ແລະ ສະມາຄົມການຄ້າ ແລະ ການລົງທຶນຄຸນມິງ ຈີນ-ອາຊຽນ. ການຝຶກອົບຮົມດັ່ງກ່າວນີ້, ແມ່ນສ່ວນໜຶ່ງຂອງການພັດທະນາຊັບພະຍາກອນມະນຸດລາວ ໃຫ້ມີຄວາມຮູ້ຄວາມສາມາດດ້ານເຕັກໂນໂລຊີດິຈິຕອນ ແລະ ການບໍລິຫານໃນຍຸກດິຈິຕອນ ເຊິ່ງຈະຊ່ວຍສົ່ງເສີມການພັດທະນາເສດຖະກິດສັງຄົມຂອງ ສປປ ລາວໃນອະນາຄົດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ