07/01/2026
ເພື່ອປະຈິບັດຕາມ ແຈ້ງການຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ), ສະບັບເລກທີ 122/ຄຊປປລ.ກຕສ, ລົງວັນທີ 05 ທັນວາ 2025. ໃນຕອນເຊົ້າຂອງວັນທີ 6 ມັງກອນ 2026, ຄະນະຮັບຜິດຊອບ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນວຽກງານ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ). ຄະນະທີ 1 ນໍາໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ ເລຂາ ຄຊປປລ ກຕສ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ, ຊຸກຍູ້ປະເມີນວຽກງານ 4 ບຸກ ຂອງໜ່ວຍຮາກຖານຊາວໜຸ່ມສູນອິນເຕີເນັດແຫ່ງຊາດ ແລະ ໜ່ວຍຊາວໜຸ່ມກົມຄວາມປອດໄພໄຊເບີ ແລະ ຄະນະທີ 2 ນໍາໂດຍ ສະຫາຍ ໄຊສົມຫວັງ ສຸວັນນະວົງ ຮອງ ຄຊປປລ, ປະທານກວດກາ ກຕສ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ, ຊຸກຍູ້ປະເມີນວຽກງານ 4 ບຸກ ຂອງໜ່ວຍຊາວໜຸ່ມກົມເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ. ໃນຕອນບ່າຍຂອງວັນດຽວກັນ ສະຫາຍ ໄຊສົມຫວັງ ສຸວັນນະວົງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ, ຊຸກຍູ້ປະເມີນວຽກງານ 4 ບຸກ ຊາວໜຸ່ມຮາກຖານ ບໍລິສັດ ໄປສະນີລາວ ຈຳກັດ ແລະ ໃນຕອນເຊົ້າຂອງວັນທີ 7 ມັງກອນ 2025 ໄດ້ລົງເຄື່ອນໄຫວ, ຊຸກຍູ້ປະເມີນວຽກງານ 4 ບຸກ ຊາວໜຸ່ມຮາກຖານຫ້ອງການ ກຕສ.


ໃນການລົງເຄື່ອນໄຫວຕິດຕາມ ໄດ້ຮັບກຽດຕ້ອນຮັບໂດຍບັນດາສະຫາຍເລຂາ, ຮອງເລຂາຂອງກົມ, ສູນ, ບໍລິສັດ. ຊຶ່ງບັນດາກົມ, ສູນ ສາມາດປະຕິບັດ ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໄດ້ຢ່າງຄົບຖ້ວນ ຕາມມາດຕະຖານເງື່ອນໄຂ ຂໍ້ແຂ່ງຂັນ 4 ບຸກທີ່ກໍານົດໄວ້. ຊຶ່ງສະມາຊິກຊາວໜຸ່ມແຕ່ລະສະຫາຍພາຍໃນຮາກຖານ/ໜ່ວຍ ໄດ້ຖືສໍາຄັນຕໍ່ເນື້ອໃນຈິດໃຈຂອງຂໍ້ແຂ່ງຂັນ 4 ບຸກ ຄື: ບຸກດ້ານແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ບຸກທາງດ້ານວຽກງານການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ ເພື່ອດໍາເນີນຊີວິດການເມືອງຂອງຊາວໜຸ່ມ ຄວບຄູ່ກັບວຽກງານວິຊາສະເພາະ ເພື່ອໃຫ້ເປັນຂະບວນ ແລະ ມີເນື້ອໃນ.
:
ຕອນທ້າຍ ສະຫາຍທີ່ນໍາພາລົງເຄື່ອນໄຫວ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຮາກຖານຊາວໜຸ່ມ/ໜ່ວຍຊາວໜຸ່ມ ທີ່ສາມາດຍາດໄດ້ຫຼາຍຜົນງານທີ່ຜົນເດັ່ນ ເປັນຕົ້ນແມ່ນ: ການປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈໍາປີ 2025 ຄຽງຄູ່ກັນນັ້ນ ກໍໃຫ້ເອົາໃຈໃສ່ສືບຕໍ່ ນໍາພາ-ຊີ້ນໍາ ວຽກງານຊາວໜຸ່ມພາຍໃນຮາກຖານ/ໜ່ວຍຂອງຕົນ ໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ປະຕັດຂໍ້ແຂ່ງຂັນ 4 ບຸກໃຫ້ຕິດພັນກັບວຽກງານທີ່ຕົນຮັບຜິດຊອບໃຫ້ມີຄວາມເຕີບໃຫຍ່ ແລະ ຜົນສໍາເລັດສູງສູດ.
:
ພ້ອມນີ້, ຄະນະຮັບຜິດຊອບວຽກງານດັ່ງກ່າວ ຍັງຈະໄດ້ສືບຕໍ່ລົງເຄື່ອນໄຫວ, ຊຸກຍູ້ ວຽກງານການປະເມີນຂໍ້ແຂ່ງຂັນ 4 ບຸກ ພາຍໃນ ກຕສ ໃຫ້ສໍາກ່ອນວັນທີ 9 ມັງກອນ 2026.






.jpeg)

