ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ ກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ II
12/01/2026
ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມ ກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ II ປີ 2025, ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 12-13 ມັງກອນ 2026, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂອກາດດຽວກັນນີ້ ຍັງໄດ້ຕ້ອນຮັບປະທານ ແລະ ຄະນະຜູ້ແທນກອງປະຊຸມ ຢ້ຽມຊົມການວາງສະແດງຜະລິດຕະພັນ ແລະ ຜົນງານ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນສະຖານທີ່ດັ່ງກ່າວອີກດ້ວຍ.
.jpeg)





