ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນດິຈິຕອນແຫ່ງຊາດ 10.01 ປະຈໍາປີ 2026

23/01/2026

ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນດິຈິຕອນແຫ່ງຊາດ 10.01 ປະຈໍາປີ 2026

ໃນວັນທີ 23 ມັງກອນ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນດິຈິຕອນແຫ່ງຊາດ (10 ມັງກອນ) ຂຶ້ນທີ່ຫ້ອງປະຊຸມໃຫຍ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ສັນຕີສຸກ ສິມມາລາວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ, ມີບັນດາ​ຮອງລັດຖະມົນຕີ, ຫ້ອງໜ້າຫ້ອງການ, ກົມ, ສູນ, ສະຖາບັນພາຍໃນ ກຕສ, ບັນດາທ່ານຜູ້ຕາງໜ້າຈາກກະຊວງ-ອົງການ, ມະຫາວິທະຍາໄລແຫ່ງຊາດ, ພາກສ່ວນທຸລະກິດ, ຜູ້ປະກອບການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ປອ. ສັນຕີສຸກ ສິມມາລາວົງ ໄດ້ກ່າວວ່າ: ຕົວເລກ 10.01 ບໍ່ພຽງແຕ່ແມ່ນຕົວເລກສັນຍາລັກ ແຫ່ງລະຫັດຂໍ້ມູນດິຈິຕອນຖານສອງ (Binary Code) ເທົ່ານັ້ນ, ແຕ່ແມ່ນຂີດໝາຍແຫ່ງການຫັນປ່ຽນປະຫວັດສາດ ຈາກການພັດທະນາແບບດັ້ງເດີມ ກ້າວສູ່ການພັດທະນາບົນພື້ນຖານວິທະຍາສາດ ແລະ ເຕັກໂນໂລຊີ ຕາມແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກເຮົາ. ດ້ວຍເຫດນັ້ນ, ລັດຖະບານຈຶ່ງໄດ້ກຳນົດໃຫ້ວັນທີ 10 ມັງກອນ ຂອງແຕ່ລະປີເປັນວັນດິຈິຕອນແຫ່ງຊາດ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 301/ນຍ, ລົງວັນທີ 31 ຕຸລາ 2023. ການສະເຫຼີມສະຫຼອງໃນປີ 2026 ນີ້ ຖືວ່າເປັນປີທີ່ມີຄວາມພິເສດຢ່າງຍິ່ງ ເພາະຖືກຈັດຂຶ້ນພາຍໃຕ້ຄຳຂວັນ: “ພັດທະນາໂຄງລ່າງພື້ນຖານດິຈິຕອນ ແລະ ສ້າງແຮງງານດິຈິຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຢືນຍົງ”. ໃນໂອກາດສະເຫຼີມສະຫຼອງ ວັນດິຈິຕອນແຫ່ງຊາດ ທີ່ມີຄວາມໝາຍສຳຄັນນີ້, ທ່ານຍັງຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງຍົກສູງບົດບາດການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກຳໃໝ່ ໃຫ້ເກີດຜົນປະໂຫຍດສູງສຸດໃນທຸກໆຂົງເຂດວຽກງານ ທັງພາກລັດ ແລະ ພາກທຸລະກິດ, ຍົກສູງສະຕິປັນຍາ ແລະ ຫັນປ່ຽນຈິນຕະນາການສູ່ການເປັນ “ຜູ້ສ້າງ” ເຕັກໂນໂລຊີ ຫຼາຍກວ່າການເປັນພຽງ “ຜູ້ຊົມໃຊ້” ພ້ອມທັງມີສະຕິລະວັງຕົວສູງ ແລະ ສ້າງຄວາມສະດຸ້ງໄວໃຫ້ຮູ້ເທົ່າທັນດິຈິຕອນ ເພື່ອປ້ອງກັນຕົນເອງຈາກອາຊະຍາກຳທາງໄຊເບີ. ພ້ອມໃຈກັນຫັນເປັນທັນສະໄໝຢ່າງຮອບດ້ານ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ນຳພາປະເທດຊາດກ້າວໄປສູ່ຍຸກດິຈິຕອນທີ່ຮຸ່ງເຮືອງ, ປອດໄພ ແລະ ຍືນຍົງ.

ໃນໂອກາດພິທີໂຮມຊຸມນຸມນີ້, ຍັງໄດ້ມີເວທີສົນທະນາໃນຫົວຂໍ້: ການມີສ່ວນຮ່ວມໃນການຂັບເຄື່ອນການຫັນເປັນດິຈິຕອນ ໃນ 03 ເສົາຄໍ້າແບບຍືນຍົງ ໂດຍມີນັກວິທະຍາກອນ ຜູ້ຊໍານານງານຂຶ້ນຮ່ວມເສວະນາ ແລະ ນໍາສະເໜີບົດ ໃນຫົວຂໍ້: “ແນວໂນ້ມການພັດທະນາປັນຍາປະດິດ (AI) ໃນຍຸກດິຈິຕອນ” ແລະ ຫົວຂໍ້: ແຜນການກໍ່ສ້າງພັດທະນາບຸກຄະລາກອນ ຮອງຮັບການຫັນເປັນດິຈິຕອນ ເປັນຕົ້ນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ