ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານເອກອັກຄະລັດຖະທູດ ສ. ເກົາຫຼີ
23/01/2026
ໃນວັນທີ 22 ມັງກອນ 2026, ທີ່ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກຕສ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈຸງ ຢັງ ຊູ, ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ເພື່ອສະແດງຄວາມຊົມເຊີຍ ເນື່ອງໃນໂອກາດທີ່ທ່ານລັດຖະມົນຕີໄດ້ຮັບຕໍາແໜ່ງໃໝ່ ແລະ ເພື່ອປຶກສາຫາລືການຍົກລະດັບການຮ່ວມມື ພາຍຫຼັງສອງປະເທດໄດ້ສ້າງຕັ້ງເປັນ "ຄູ່ຮ່ວມຍຸດທະສາດຮອບດ້ານ".
ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ສອງຝ່າຍ ຍັງໄດ້ລາຍງານໃຫ້ຊາບ ສະພາບການພົ້ນເດັ່ນ ແລະ ໄດ້ປຶກສາຫາລື, ແລກປ່ຽນທິດທາງການຮ່ວມມືທາງດ້ານວຽກງານການຫັນເປັນດິຈິຕອນ, ເສດຖະກິດດິຈິຕອນ ແລະ ປັນຍາປະດິດ (AI) ຂອງສອງປະເທດ.

