ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານທູດ ລັດເຊຍ

23/01/2026

ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານທູດ ລັດເຊຍ

ໃນວັນທີ 23 ມັງກອນ 2026, ທີ່ຫ້ອງຮັບແຂກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກຕສ ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເຊີເກ ເຈສກີ (Mr. Sergei Zhestkii), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສະຫະພັນລັດເຊຍ.

ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ເຊີເກ ເຈສກີ ໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້. ພ້ອມນີ້, ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນການຮ່ວມມືກັນ ໃນຫຼາຍດ້ານ ເຊັ່ນ: ຄວາມປອດໄພທາງໄຊເບີ ແລະ ເຕັກໂນໂລຊີດິຈິຕອນໃໝ່ໆ, ການພັດທະນາບຸກຄະລາກອນ. ທັງນີ້, ກໍ  ເພື່ອສືບຕໍ່ສືບຕໍ່ຊຸກຍູ້-ເສີມສ້າງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນ ລັດເຊຍ ໂດຍສະເພາະ ວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໃຫ້ບັນລຸຕາມເປົ້າໝາຍຍຸດທະສາດການພັດທະນາ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ