ຄະນະພັກ-ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

23/02/2026

ຄະນະພັກ-ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

ໃນຕອນບ່າຍຂອງວັນທີ 23 ມັງກອນ 2026, ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຄະນະພັກ-ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ນໍາໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈໍາພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ, ທ່ານ ໄຊຊະນະ ສິດທິພອນ ຄະນະປະຈໍາພັກ, ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະອວຍພອນ ຄະນະພັກ-ຄະນະບັນຊາ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ກອງຊວງປ້ອງກັນປະເທດ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ພົ.ຕ ພັນແສງ ບຸນພັນ, ຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ຕາງໜ້າໃຫ້ແກ່ ສະມາຊິກພັກ-ພະນັກງານ ທົ່ວຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ກ່າວສະແດງຄໍາອວຍພອນອັນອົບອຸ່ນ ຕໍ່ຄະນະພັກ-ຄະນະບັນຊາ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຕະຫຼອດຮອດ ພະນັກງານ-ນັກຮົບ ໃນທົ່ວກອງທັບ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນສືບຕໍ່ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ສືບຕໍ່ປົກປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບສຸກຕະຫຼອດໄປ.

ພ້ອມນັ້ນ, ທ່ານ ພົ.ຕ ພັນແສງ ບຸນພັນ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄະນະພັກ-ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ພ້ອມທັງອວຍພອນໃຫ້ຄະນະ ຈົ່ງມີສຸຂະພາບເຂັ້ມແຂງປະສົບຜົນສໍາເລັດທຸກໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ໂອກາດດຽວກັນນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບ ຄອມພິວເຕີ ໂນດບຸກ ຈໍານວນ 02 ໜ່ວຍ ໃຫ້ແກ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ, ຊຶ່ງລວມມູນຄ່າ 17 ລ້ານກວ່າກີບ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ