ສ້າງຄວາມເຂັ້ມແຂງທາງດ້ານວຽກງານປະຊາສໍາພັນ ໃຫ້ແກ່ພະນັກງານພາຍໃນ ກຕສ

27/02/2026

ສ້າງຄວາມເຂັ້ມແຂງທາງດ້ານວຽກງານປະຊາສໍາພັນ ໃຫ້ແກ່ພະນັກງານພາຍໃນ ກຕສ

ເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວຽກງານປະຊາສໍາພັນ ໃຫ້ແກ່ພະນັກງານ ຜູ້ທີ່ຮັບຜິດຊອບການສະໜອງຂໍ້ມູນຂ່າວສານ ຂອງຫ້ອງການ, ບັນດາກົມ/ທຽບເທົ່າ ອ້ອມຂ້າງກະຊວງ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນຂອງວຽກງານປະຊາສໍາພັນ, ຄວາມຮູ້ພື້ນຖານໃນການຂຽນຂ່າວ, ການນໍາໃຊ້ເຄື່ອງມືເຕັກໂນໂລຊີເຂົ້າໃນວຽກງານປະຊາສໍາພັນ. ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026, ຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດຊຸດຝຶກອົບ ໃນຫົວຂໍ້: ສ້າງຄວາມເຂັ້ມແຂງທາງດ້ານວຽກງານປະຊາສໍາພັນ ໃຫ້ແກ່ພະນັກງານພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ຂຶ້ນທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກຕສ. ໂດຍການເປັນປະທານກ່າວເປີດ ໂດຍ ທ່ານ ນາງ ຈັນອົບ ສີຫາລາດ ຮອງຫົວໜ້າຫ້ອງການ ກຕສ ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານ-ວິຊາການ ພ້ອມດ້ວຍບັນດານັກວິທະຍາກອນ ຈາກບັນດາກົມ/ທຽບເທົ່າ, ພາຍໃນກະຊວງເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້, ແມ່ນມີຄວາມສໍາຄັນຫຼາຍ ເພື່ອແນໃສ່ໃຫ້ພະນັກງານ ຜູ້ທີ່ຮັບຜິດຊອບວຽກງານ ປະຊາສໍາພັນ ກໍຄື ຜູ້ທີ່ຮັບຜິດຊອບວຽກງານຂ່າວສານ ຂອງ ບັນດາກົມ/ທຽບເທົ່າ ຈະໄດ້ຮຽນຮູ້ພື້ນຖານການຂຽນຂ່າວ, ການກວດແກ້-ຮຽບຮຽງ, ການໃຊ້ເຄື່ອງມືເຕັກໂນໂລຊີໃນການປະຊາສໍາພັນ ແລະ ວິທີການຕອບໂຕ້ຂ່າວທີ່ບໍ່ຖືກຕ້ອງ ທີ່ຕິດພັນກັບກົມ/ທຽບເທົ່າ ໃຫ້ທ່ວງທັນກັບສະພາບການ. ທັງນີ້, ກໍເພື່ອຮັບປະກັນ ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ການເຄື່ອນໄຫວວຽກງານຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດອອກສູ່ສັງຄົມ ກໍຄືປະຊາຊົນໄດ້ຮັບຮູ້ຢ່າງວ່ອງໄວ, ຊັດເຈນ ແລະ ທົ່ວເຖິງ.

ການຝຶກອົບຮົມດັ່ງກ່າວ ຈະໄດ້ດໍາເນີນໄປເປັນເວລາ 05 ວັນ ໃນລະຫວ່າງວັນທີ 26-30 ມັງກອນ 2026 ຈຶ່ງຈະສໍາເລັດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ