ຄຊປປລ ກຕສ ມອບເຄື່ອງຊ່ວຍເຫຼືອພີ່ນ້ອງປະຊາຊົນ ຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ.

27/02/2026

ຄຊປປລ ກຕສ ມອບເຄື່ອງຊ່ວຍເຫຼືອພີ່ນ້ອງປະຊາຊົນ ຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ.

ໃນຕອນບ່າຍ ວັນທີ 26 ມັງກອນ 2026, ທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຄະນະບໍລິຫານງານຊາວໜຸ່ມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ) ນຳໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະປະຈຳພັກ, ເລຂາທິການສູນກາງຊາວຫນຸ່ມປະຊາຊົນປະຕິວັດ, ເລຂາ ຄຊປປລ ກຕສ ພ້ອມດ້ວຍຄະນະ, ໄດ້ເຂົ້າພົບປະ ແລະ ອວຍພອນ ສະຫາຍ ທອງລີ ສີສຸລິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເນື່ອງໃນໂອກາດທີ່ ຄະນະຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສຳເລັດກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນ.

ໃນໂອກາດດັ່ງກ່າວ, ສະຫາຍ ເລຂາຊາວໜຸ່ມ ກຕສ ໄດ້ຕາງໜ້າໃຫ້ສະມາຊິກຊາວໜຸ່ມທົ່ວ ກຕສ ໄດ້ລາຍງສນຜົນສຳເລັດຂອງກອງປະຊຸມໃຫຍ່ ແລະ ການເຄື່ອນໄຫວທີ່ພົົ້ນເດັ່ນຂອງກະຊວງ. ໂດຍສະເພາະ ແມ່ນບັນດາວຽກງານທີ່ຕິດພັນກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ພ້ອມທັງ ໄດ້ສະແດງຄວາມຍິນດີ ຕໍ່ກັບສະຫາຍ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພັກ-ລັດ ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນກຳມະການສູນກາງພັກ ສະໄໝທີ XII. ໃນໂອກາດດຽວກັນ, ກໍໄດ້ມອບກະຕ່າດອກໄມ້ ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ເພື່ອສືບຕໍ່ຊີ້ນຳ-ນຳພາ ວຽກງານຊາວໜຸ່ມລາວ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ທີ່ທັນສະໄໝກວ່າເກົ່າ.

:

ພ້ອມນັ້ນ, ຄະນະຊາວໜຸ່ມ ກະຊວງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ນຳເອົາປັດໄຈ ແລະ ວັດຖຸສິ່ງຂອງ ທີ່ລະດົມໄດ້ຈາກການປະກອບສ່ວນຂອງສະມາຊິກຊາວໜຸ່ມ ແລະ ພະນັກງານອ້ອມຂ້າງກະຊວງ ມອບໃຫ້ແກ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອນຳໄປຊ່ວຍເຫຼືອພີ່ນ້ອງປະຊາຊົນ ຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ລວມມີອຸປະກອນທີ່ຈຳເປັນສຳລັບການສຶກສາເຊັ່ນ: ປຶ້ມຂຽນຈຳນວນ 1,000 ຫົວ ແລະ ເຄື່ອງນຸ່ງຈຳນວນຫນຶ່ງ ລວມມູນຄ່າທັງໝົດ 25,000,000 ກີບ.

ສະຫາຍ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ ຄະນະຊາວໜຸ່ມ ກຕສ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວິຊາສະເພາະ ຄຽງຄູ່ກັບການເຄື່ອນໄຫວວຽກງານ 4 ບຸກ ຂອງຊາວໜຸ່ມຢ່າງແຂງແຮງ. ພ້ອມນີ້, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ສືບຕໍ່ເປັນກຳລັງແຮງປາຍແຫຼມໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາປະເທດຊາດ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ຊາວໜຸ່ມທົ່ວປະເທດ. ພ້ອມທັງໄດ້ຕີລາຄາສູງຕໍ່ນ້ຳໃຈເສຍສະຫຼະ ແລະ ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຊາວໜຸ່ມ ກຕສ ທີ່ເຖິງວ່າຈະເຮັດວຽກດ້ານເຕັກໂນໂລຊີ ແຕ່ກໍ່ບໍ່ລະຖິ້ມວຽກງານຊ່ວຍເຫຼືອສັງຄົມ. ພ້ອມນັ້ນ, ສະຫາຍ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງຊ່ວຍເຫຼືອເຫຼົ່ານີ້ ໄປສົ່ງມອບໃຫ້ເຖິງມືຜູ້ທີ່ໄດ້ຮັບເຄາະຮ້າຍຢ່າງທົ່ວເຖິງ ແລະ ທັນການ.

:

ຕອນທ້າຍ, ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອ ແລະ ຖ່າຍຮູບຮ່ວມກັນ ເພື່ອເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຄະນະຊາວໜຸ່ມ ກະຊວງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ພາບ ແລະ ຂ່າວ: ກອງເລຂາ ຄຊປປລ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ