29/01/2026
ໃນວັນທີ 23 ມັງກອນ 2026 ທີ່ຜ່ານມາ, ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງ ຄຳມ່ວນ, ຊຶ່ງໂອກາດດັ່ງກ່າວ ກໍໄດ້ພົບປະກັບ ທ່ານ ປອ. ສົມສະອາດ ອຸ່ນສີດາ, ປະທານຄະນະກຳມະການປົກຄອງ ແຂວງ ຄຳມ່ວນ ເພື່ອປຶກສາຫາລືກ່ຽວກັບ ວຽກງານການຫັນເປັນດິຈິຕອນຂອງແຂວງ, ການກະກຽມບຸກຄະລາກອນ ແລະ ການນໍາໃຊ້ ລະບົບບໍລິຫານລັດ ເພື່ອຍົກສູງປະສິດທິພາບການເຮັດວຽກໃຫ້ທັນສະໄໝ ແລະ ກຽມພ້ອມຫັນເປັນດິຈິຕອນ ຂອງແຂວງຄໍາມ່ວນ.

ທ່ານ ປອ. ສົມສະອາດ ອຸ່ນສີດາ ໄດ້ກ່າວຕ້ອນຮັບ ແລະ ລາຍງານໃຫ້ຊາບວ່າ: ການນໍາແຂວງຄໍາມ່ວນ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານດັ່ງກ່າວ ໂດຍສະເພາະການຫັນວຽກງານຈິດິຕອນ ເຂົ້າໃນການເກັບລາຍຮັບຢູ່ບັນດາດ່ານສາກົນ ແລະ ການເກັບອາກອນຢູ່ບັນດາຫົວໜ່ວຍທຸລະກິດພາຍໃນແຂວງ ຊຶ່ງເຮັດໃຫ້ການເກັບລາຍຮັບຂອງແຂວງມີການລວມສູນ, ສາມາດກວດກາໄດ້, ເຮັດໃຫ້ລາຍຮັບຂອງແຂວງເພີ່ມຂຶ້ນ ແລະ ເຮັດໃຫ້ມີຄວາມສະດວກໃນການຄຸ້ມຄອງທາງດ້ານລາຍຮັບ-ລາຍຈ່າຍ. ໃນຕໍ່ໜ້າ ກໍພ້ອມຈະໃຫ້ການຮ່ວມມື ແລະ ສະໜັບສະໜູນໃນດ້ານຕ່າງໆ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາ ແລະ ມີການຫັນປ່ຽນທີ່ດີຂຶ້ນກວ່າເກົ່າ.
ໃນໂອກາດນີ້, ທ່ານ ແກ້ວວີສຸກ ໂສລະພົມ ໄດ້ກ່າວເນັ້ນໃຫ້ແຂວງ ຈະຕ້ອງໄດ້ຄົ້ນຄວ້າບັນດາກົນໄກ, ການກຳນົດທິດທາງ ແລະ ແຜນການ, ການສ້າງບຸກຄະລາກອນ ແລະ ນຳໃຊ້ລະບົບບໍລິຫານລັດແບບດິຈິຕອນ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດ, ນະໂຍບາຍ ແລະ ນິຕິກຳ ເພື່ອຊຸກຍູ້ຂະບວນການຫັນເປັນດີຈິຕອນ ຂອງ ສປປ ລາວ ກໍຄື ແຂວງຄໍາມ່ວນ ໂດຍຕິດພັນກັບ ການພັດທະນາລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດີຈິຕອນ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການຫັນເປັນດິຈິຕອນ ຂອງແຂວງຄໍາມ່ວນ.

