29/01/2026
ຕອນເຊົ້າຂອງວັນທີ 23 ມັງກອນ 2026, ທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ), ອົງການດັດສົມໂທລະຄົມມະນາຄົມ (ອດທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026, ພ້ອມທັງມອບໃບຢັ້ງຢືນຜົນງານດີເດັ່ນ ປະຈຳປີ 2024. ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຄະນະອົງການ, ຕາງໜ້າກົມບັນດາກົມຊ່ວຍໜູນ, ບັນດາຜູ້ບໍລິຫານບລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ ແລະ ພະນັກງານວິຊາການພາຍໃນອົງການເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ສຸດໃຈ ລໍລອນສີ, ກຳມະການພັກກະຊວງ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ໄດ້ລາຍງານຜົນສຳເລັດທີ່ພົ້ນເດັ່ນໃນປີ 2025. ຊຶ່ງມີຫຼາຍຜົນງານທີ່ພົ້ນເດັ່ນ ເຊັ່ນ: ສາມາດຈັດເກັບລາຍຮັບ ມອບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 77,22 ຕື້ກວ່າກີບ ເຊິ່ງປະຕິບັດໄດ້ລື່ນແຜນການ ຄິດເປັນ 3,20%, ໂດຍລາຍຮັບຫຼັກແມ່ນມາຈາກຄ່ານຳໃຊ້ເລກໝາຍ ແລະ ຄ່າທຳນຽມໃບອະນຸຍາດດຳເນີນທຸລະກິດໂທລະຄົມ. ນອກຈາກນີ້, ຍັງມີຜົນງານສຳຄັນໃນການສ້າງຍຸດທະສາດພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດ ແຫ່ງຊາດໄລຍະປີ (2026 ຫາ 2040), ການປັບປຸງນິຕິກຳຄຸ້ມຄອງວຽກງານໂທລະຄົມ ແລະ ຜົນສຳເລັດໃນການຂະຫຍາຍສັນຍານໂທລະຄົມໄປສູ່ເຂດຫ່າງໄກສອກຫຼີກ ໂດຍສະເພາະເຂດຈຸດສຸມຈຽງຕູບ-ກະຕູບ ເມືອງເຊໂປນ, ແຂວງສະຫວັນນະເຂດ.


ສຳລັບທິດທາງປີ 2026, ອົງການດັດສົມໂທລະຄົມມະນາຄົມ ໄດ້ວາງຄາດໝາຍສູ້ຊົນສ້າງແຜນລາຍຮັບເຂົ້າງົບປະມານ ໃຫ້ບໍ່ຫຼຸດ 75,25 ຕື້ກວ່າກີບ ແລະ ຈະສຸມໃສ່ປັບປຸງນິຕິກຳທີ່ກ່ຽວຂ້ອງ ຄຽງຄູ່ກັບວຽກງານຈຸດສຸມທາງດ້ານເຕັກນິກ ເປັນຕົ້ນແມ່ນ: ການຍົກລະດັບການຄຸ້ມຄອງເລກໝາຍໂທລະສັບໃຫ້ທັນສະໄໝ ແລະ ຊຸກຍູ້ການຂະຫຍາຍເຄືອຂ່າຍສັນຍານໃຫ້ກວມພື້ນທີ່ທົ່ວປະເທດ ໂດຍຕັ້ງເປົ້າ: 3G ໃຫ້ໄດ້ 90%, 4G ໃຫ້ໄດ້ 79% ແລະ 5G ໃຫ້ກວມເອົາ 10% ຂອງພື້ນທີ່ໝູ່ບ້ານ. ພ້ອມດຽວກັນນັ້ນ, ຈະສ້າງສູນກວດກາຄຸນນະພາບເຄືອຂ່າຍໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ, ລວມເຖິງການຜະລິດສື່ປະຊາສຳພັນ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ ໃນການນຳໃຊ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ມີຄວາມປອດໄພ.
:
ໂອກາດນີ້, ກອງປະຊຸມຍັງໄດ້ຈັດພິທີມອບໃບຢັ້ງຢືນຜົນງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນ. ໂດຍການໃຫ້ກຽດມອບຂອງ ທ່ານ ຮອງລັດຖະມົນຕີ.


ຕອນທ້າຍ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ, ໂດຍທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ແລະ ເນັ້ນໜັກໃຫ້ພະນັກງານທຸກຄົນ ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະ ເພື່ອຮອງຮັບການຫັນເປັນດິຈິຕອນຂອງ ສປປ ລາວ ແລະ ປະກອບສ່ວນເຂົ້າໃນວຽກງານລວມຂອງກະຊວງໃຫ້ມີປະສິດທິພາບສູງສຸດ.
ຂ່າວ-ພາບ: ອົງການດັດສົມໂທລະຄົມມະນາຄົມ

