29/01/2026
ໃນຕອນເຊົ້າຂອງວັນທີ 29 ມັງກອນ 2026, ທີ່ຫ້ອງວ່າການປົກຄອງ ແຂວງ ໄຊຍະບູລີ ໄດ້ມີພິທີເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄຊຍະບູລີ ປະຈໍາປີ 2025, ທິດທາງແຜນການ ປະຈໍາປີ 2026 ແລະ ແຜນພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ 5 ປີ (2026-2030) ຂອງ ແຂວງ ພາຍໃຕ້ຄໍາຂວັນ: “ ພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນອຸດສາຫະກຳທີ່ທັນສະໄໝ, ມີພື້ນຖານໂຄງລ່າງທົ່ວເຖິງ, ມີລະບົບຄວາມໄວສູງ, ປອດໄພ ແລະ ມີຄຸນນະພາບ ຊ່ວຍຂັບເຄື່ອນ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ເຂັ້ມແຂວງ ແລະ ຢືນຢົງ”. ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ອາເມ ຊົງເຢ້ຽເລັ່ງ, ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ທ່ານ ສອນສະຫວັນ ຈັນທະວົງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄຊຍະບູລີ, ຊຶ່ງມີບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ/ສູນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ຄະນະກຳມະການປົກຄອງເມືອງ 11 ເມືອງ, ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ, ຫົວໜ້າ, ຮອງຫົວໜ້າຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງ, ຜູ້ປະສານງານປະຈຳເມືອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ກ່າວລາຍງານວ່າ:ຕະຫຼອດໄລຍະ 1 ປີຜ່ານມາ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ໄດ້ສຸມໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງ ທີ VII ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນ ວຽກງານໄປສະນີ: ໄດ້ສຸມໃສ່ຢ່າງຕັ້ງໜ້າໃນການລົງກວດກາມາດຖານສະຖານທີ່ປ່ອງບໍລິການໄປສະນີ ແລະ ສິ່ງເກືອດຫ້າມດ້ານໄປສະນີ ໄດ້ 20 ປ່ອງບໍລິການ, ສາມາດຈັດປະເພດດີເລີດກວມເອົາ 55%; ໄດ້ລົງເຄື່ອນໄຫວ ຕິດຕາມ, ກວດກາ ບັນດາບໍລິສັດຜູ້ປະກອບການຈັດສົ່ງ, ແຈກຢາຍ ເຄື່ອງໄປສະນີທີ່ເກີດຂຶ້ນໃໝ່ ແລະ ຕໍ່ໃບຢັ້ງຢືນໄດ້ທັງໝົດ 09 ຫົວໜ່ວຍ, ທຽບໃສ່ປີ 2024 ເພີ່ມຂຶ້ນ 2 ຫົວໜ່ວຍ ເທົ່າກັບ 28,57%, ມີທັງໝົດ 10 ສາຂາ ແລະ 02 ສູນຄັດແຍກ, ສາມາດອອກໃບຢັ້ງຢືນ ເປີດສາຂາຂົນສົ່ງ ວັດຖຸພັນໄປສະນີ ໄດ້ທັງໝົດ 92 ຫົວໜ່ວຍ, ທຽບໃສ່ປີ 2024 ປະຕິບັດໄດ້ 106,97%, ມາຮອດປັດຈຸບັນທົ່ວ ແຂວງໄຊຍະບູລີ ມີປ່ອງບໍລິການໄປສະນີ ທັງໝົດ 102 ປ່ອງບໍລິການ; ວຽກງານໂທລະຄົມມະນາຄົມ: ໄດ້ສະໜອງຂໍ້ມູນກ່ຽວກັບການເຄື່ອນໄຫວເລກໝາຍໂທລະສັບ ແລະ ອິນເຕີເນັດ ຈໍານວນ 73 ເລກໝາຍ ໃຫ້ເຈົ້າໜ້າທີ່ ປກສ, ໃນການແກ້ໄຂກຸ່ມແກ້ງຕົວະຍົວະຫຼອກລວງ (Scammer) ຢູ່ 02 ເມືອງ, ຊຸກຍູ້ບັນດາສາຂາບໍລິສັດໂທລະຄົມ ແກ້ໄຂບ້ານທີ່ມີສັນຍານໂທລະສັບ ແລະ ອິນເຕີເນັດຕໍ່າໄດ້ 3 ບ້ານ, ປັດຈຸບັນທົ່ວແຂວງມີ ບ້ານທີ່ບໍ່ມີສັນຍານໂທລະສັບຍັງ 05 ບ້ານ ແລະ ບ້ານທີ່ມີສັນຍານອິນເຕີເນັດຕໍ່າ ຍັງ 18 ບ້ານ, ບ້ານທີ່ມີສັນຍານ ໂທລະສັບມືຖື ເຂົ້າເຖິງມີ 425 ບ້ານ ກວມເອົາ 98,84% ຂອງຈໍານວນບ້ານທັງໝົດ, ສະເລ່ຍການນໍາໃຊ້ເລກໝາຍໂທລະສັບມືຖື ໃສ່ພົນລະເມືອງພາຍໃນແຂວງ 100 ຄົນຕໍ່ 79 ເລກໝາຍ ແລະ ສາມາດຂະຫຍາຍອິນເຕີເນັດເຂົ້າເຮືອນ, ທຸລະກິດ ໄດ້ທັງໝົດ 3,850 ເລກໝາຍ, ມາຮອດປັດຈຸບັນມີ 13,624 ເລກໝາຍ ທີ່ໄດ້ຊົມໃຊ້ອິນເຕີເນັດ ເທົ່າກັບ 16,49% ຂອງຄົວເຮືອນທັງໝົດ. ນອກຈາກນັ້ນ, ຍັງໄດ້ວາງທິດທາງແຜນການ ປະຈໍາປີ 2026, ແຜນພັດທະນາ 5 ປີ (2026-2030) ແລະ ໄດ້ເຜີຍແຜ່ແຜນດຳເນີນງານ ປະຈໍາ 5 ປີ (2026-2030), ຂໍ້ຕົກລົງຂອງປະທານປົກຄອງແຂວງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດິຈິຕອນ ຂອງແຂວງໄຊຍະບູລີ, ຜ່ານຄຳສັ່ງຂອງປະທານປົກຄອງແຂວງ ກ່ຽວກັບການເພີ່ມທະວີໃນການປົກປັກຮັກສາຟື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມ ໃນທົ່ວແຂວງ ໄຊຍະບູລີ.
ໃນກອງປະຊຸມ, ບັນດາຫົວໜ້າກົມ, ຮອງກົມ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນນໍາສະເໜີ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ແທນກອງປະຊຸມ ກ່ຽວກັບວຽກງານການຫັນເປັນດິຈິຕອນ, ການຄຸ້ມຄອງອິນເຕີເນັດ ແລະ ສື່ສັງຄົມອອນລາຍໃນຍຸກການຫັນເປັນດິຈິຕອນ, ການຄຸ້ມຄອງວຽກງານໂທລະຄົມມະນາຄົມ ແລະ ອິນເຕີເນັດ ຂອງ ສປປ ລາວ.

ຕອນທ້າຍກອງປະຊຸມ, ທ່ານ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ໂດຍທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ແລະ ເນັ້ນໜັກບາງດ້ານ ຄື: 1) ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ເຊື່ອມຊຶມ ແລະ ເປັນເອກະພາບສູງ ຕໍ່ແນວທາງແຜນນະໂຍບາຍຂອງພັກ, ກໍາແໜ້ນ ແລະ ເຫັນໄດ້ຄວາມສໍາຄັນໜ້າທີ່ການເມືອງ ກໍຄືວຽກງານທີ່ຕົນຮັບຜິດຊອບ, ມີການຝຶກຝົນຫຼໍ່ຫຼອມຕົນເອງຕິດພັນກັບການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ; 2) ເອົາໃຈໃສ່ ຍົກລະດັບພະນັກງານໃຫ້ເປັນລະບົບ ມີທັງດ້ານຄຸນນະພາບ, ປະລິມານ ແລະ ຄົ້ນຄວ້າສ້າງສູນຝຶກອົບຮົມຄວາມຮູ້ດ້ານດິຈິຕອນ ໃຫ້ພະນັກງານພາຍໃນແຂວງ; 3) ຕິດຕາມ, ຊຸກຍູ້ ການປະຕິບັດ ນິຕິກຳ ເທິງກົດໝາຍ ແລະ ລຸ່ມກົດໝາຍ ເພື່ອຫັນການຄຸ້ມຄອງ ວຽກງານເຕັກໂນໂລຊີ ແລະ ການສື່ສານ ດ້ວຍກົດໝາຍ ຢ່າງຮັດກຸມການແບ່ງຂັ້ນຄຸ້ມຄອງຮີບປັບປຸງຄືນ. ພ້ອມກັນນັ້ນ, ກໍຕ້ອງເຜີຍແຜ່ ແລະ ບັງຄັບໃຊ້ນິຕິກຳທີ່ມີຢູ່ແລ້ວໃຫ້ໄດ້ຮັບຜົນດີ, ໂດຍສະເພາະ ແມ່ນການນຳໃຊ້ສື່ສັງຄົມອອນລາຍ ຕ້ອງນຳໃຊ້ໃນທາງທີ່ສ້າງສັນ, ເປັນປະໂຫຍດຕໍ່ສ່ວນຕົວ ແລະ ສັງຄົມ ກໍຄືປະເທດຊາດ, ພ້ອມກັນຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນສັງຄົມ ຢ່າງເຂັ້ມງວດ ແລະ ທັນການ; 4) ຄຸ້ມຄອງ ແລະ ຊຸກຍູ້ບັນດາບໍລິສັດໂທລະຄົມ ຂະຫຍາຍພື້ນຖານໂຄງລ່າງ ໂທລະຄົມມະນາຄົມ/ໄອຊີທີ ຄວາມໄວສູງ, ທັນສະໄໝ, ທົ່ວເຖິງ, ຄຸນນະພາບສູງ, ໝັ້ນຄົງ, ປອດໄພ ສູ່ເຂດຫ່າງໄກສອກຫຼີກ ເປັນຕົ້ນແມ່ນ ຄຸ້ມຄອງການຂຶ້ນທະບຽນເລກໝາຍໂທລະ ສັບມືຖື, ຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ, ສົ່ງເສີມໃຫ້ມີພື້ນຖານໂຄງລ່າງ ທີ່ມີຄວາມສາມາດນໍາໃຊ້ເຕັກນິກການສື່ສານ ໄດ້ຫຼາຍຮູບແບບ, ສ້າງ ແລະ ພັດທະນາສູນຂໍ້ມູນ ເພື່ອໃຫ້ສາມາດສະໜອງການບໍລິການ ແກ່ພາກລັດ-ເອກະຊົນ ແລະ ອື່ນໆ ທີ່ຈຳເປັນ; ແລະ 5) ຊຸກຍູ້ສົ່ງເສີມການນໍາໃຊ້ລະບົບບໍລິຫານລັດ ແລະ ພັດທະນາບໍລິຫານລັດແບບດິຈິຕອນໃຫ້ຫຼາຍຂຶ້ນ ໂດຍສະເພາະຮອງຮັບ 45 ຕາແສງ.

ພາບ ແລະ ຂ່າວ: ກອງເລຂາ

