03/02/2026
ເພື່ອຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 2, ສະໄໝທີ 9. ໃນວັນທີ 31 ມັງກອນ 2026, ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະປະຈໍາພັກກະຊວງ, ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລຶ ແລະ ລົງສຳຫຼວດສະຖານທີ່ຕົວຈິງ ກ່ຽວກັບແຜນພັດທະນາ ແລະ ບູລະນະສ້ອມແປງພື້ນຖານໂຄງລ່າງຂອງສູນຝຶກອົບຮົມວິຊາຊີບຊາວໜຸ່ມລາວ-ຫວຽດນາມ ທີ່ບ້ານໜອງກອກ, ເມືອງຄຳເກີດ, ແຂວງ ບໍລິຄຳໄຊ. ການລົງເຄື່ອນໄຫວໃນຄັ້ງນີ້ ໂດຍພາຍໃຕ້ການນຳພາ ຂອງ ສະຫາຍ ທອງລິ ສີສຸລິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຊຶ່ງມີຊາວໜຸ່ມຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບປື້ມຄູ່ມືການຮຽນຮູ້ ເຕັກໂນໂລຊີການຫັນເປັນດິຈິຕອນ ໃຫ້ແກ່ ກົມພັດທະນາວິຊາຊີບ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ.







