ຄະນະບໍລິຫານງານສະຫະພັນແມ່ຍິງ ກຕສ ລົງເຄື່ອນໄຫວທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບການຜະລິດກະສິກໍາທັນສະໄໝ

04/02/2026

ຄະນະບໍລິຫານງານສະຫະພັນແມ່ຍິງ ກຕສ ລົງເຄື່ອນໄຫວທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບການຜະລິດກະສິກໍາທັນສະໄໝ

 

ເພື່ອສ້າງຂະບວນການຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ສະຫະພັນແມ່ຍິງກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຄັ້ງທີ່ III, ທັງເປັນການສະຫຼຸບວຽກງານຂອງ ສະຫະພັນແມ່ຍິງ ກຕສ ຊຸດທີ III ປະຈໍາປີ 2025. ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ລົງເຄື່ອນໄຫວທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດກະສີກຳ, ທີ່ເມືອງສັງທອງ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 29 – 30 ມັງກອນ 2026 ຜ່ານມາ. ນໍາພາລົງເຄື່ອນໄຫວ ໂດຍສະຫາຍ ນ. ເກສອນ ສຸລິວົງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກຕສ, ມີສະຫາຍຮອງປະທານສະຫະພັນແມ່ຍິງ ແລະ ບັນດາຄະນະບໍລິຫານງານສະຫະພັນແມ່ຍິງ ກຕສ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນການລົງໄປທັດສະນະສຶກສາແລກປ່ຽນບົດຮຽນດັ່ງກ່າວ ໄດ້ຮັບການຕ້ອນຮັບຈາກຟາມພາຈະເລີນ. ເຊີ່ງທາງ ຟາມ ໄດ້ກ່າວຕ້ອນຮັບ ແລະ ນໍາສະເໜີ ຄວາມເປັນມາຂອງຟາມພາຈະເລີນ, ຮູບແບບການເຮັດກະສິກໍາແບບປະສົມປະສານ ແລະ ນໍາໃຊ້ເຕັກໂນໂລຊີ ສະໄໝໃໝ່ ເຂົ້າໃນການປູກຝັງ ແລະ ລ້ຽງສັດ. ພ້ອມນີ້, ຄະນະລົງທັດສະນະສຶກສາ ຍັງໄດ້ຮັບຟັງ ການບໍລິຫານທຸລະກິດ ໃນຍຸກທີ່ມີການແຂ່ງຂັນສູງ ແລະ ປະເຊີນໜ້າກັບວິກິດເສດຖະກິດທີ່ປ່ຽນແປງຢ່າງໄວວາ. ພ້ອມກັນນັ້ນ, ທາງຄະນະບໍລິຫານງານສະຫະພັນແມ່ຍິງ  ກຕສ ໄດ້ສົນທະນາແລກປ່ຽນບົດຮຽນ ຖາມ-ຕອບ ກ່ຽວກັບຮູບແບບ ແລະ ວິທີການ ທີ່ນໍາໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນການລ້ຽງສັດ ແລະ ປູກຝັງ ໃຫ້ກາຍເປັນ Smart Farm ທີ່ປະສົບຜົນສໍາເລັດໃນປະຈຸບັນ.

:

          ໃນໂອກາດນີ້, ຄະນະບໍລິຫານງານສະຫະພັນແມ່ຍິງ ກຕສ ຍັງໄດ້ເປີດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານໃນປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026. ຊຶ່ງກອງປະຊຸມດັ່ງກ່າວ ຈະໄດ້ຈັດຂຶ້ນໃນທ້າຍເດືອນກຸມພານີ້ ໂດຍໄດ້ກໍານົດ ແລະ ກະກຽມ ການຈັດຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 71 ປີ ທີ່ຈະໜູນວຽນມາຮອດໃນໄວໆນີ້.

ຕອນທ້າຍ,  ທ່ານປະທານສະຫະພັນແມ່ຍິງ ກຕສ ຍັງໄດ້ໃຫ້ການໂອ້ລົມຕໍ່ ຄະນະບໍລິຫານງານສະຫະພັນແມ່ຍິງ ກຕສ ທຸກສະຫາຍ ໃນການນໍາເອົາຄວາມຮູ້, ບົດຮຽນໃໝ່ໆ ໃນການປູກຝັງ, ລ້ຽງສັດ ແລະ ເຮັດທຸລະກິດແບບປະສົມປະສານ ພ້ອມທັງ ນໍາໃຊ້ເຕັກໂນໂລຊີດິຈິຕອນ ເພື່ອເຂົ້າມາຊ່ວຍໃນການດໍາລົງຊີວິດ ໃຫ້ເກີດປະໂຫຍດສູງສຸດຕໍ່ຕົນເອງ, ຄອບຄົວ ແລະ ວຽກງານ. ພ້ອມນັ້ນ, ບັນດາສະຫາຍຄະນະບໍລິຫານງານສະຫະພັນແມ່ຍິງ ກຕສ ຍັງຕ້ອງໄດ້ສືບຕໍ່ວຽກງານການເຄື່ອນໄຫວຕ່າງໆ ໃຫ້ເປັນຂະບວນການ ແລະ ຕໍ່ເນື່ອງ, ເປັນກໍາລັງແຮງອັນສໍາຄັນໃນການຈັດຕັ້ງປະຕິບັດ ນະໂຍບາຍການຫັນເປັນດິຈິຕອນ ຂອງພັກ ແລະ ລັດ ເວົ້າລວມ, ເວົ້າສະເພາະ ກໍຄືແຜນຍຸດທະສາດ ແລະ ແຜນງານ ການຫັນເປັນດິຈິຕອນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ