08/02/2026
ໃນໂອກາດ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈຳປີ 2026 ທີ່ ນະຄອນດູໄບ ປະເທດສະຫະນະຄອນ ເອເມຣັດ ອາຣັບ. ໃນວັນທີ 3 ກຸມພາ ຜ່ານມາ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ພາກທຸລະກິດຊັ້ນນໍາຂອງ ສະຫະນະຄອນ ເອເມຣັດ ອາຣັບ ຈໍານວນ 2 ສະບັບ ຄື: 1). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືເພື່ອການພັດທະນາໂຄງການສູນກາງດິຈິຕອນ ແລະ ປັນຍາປະດິດອາຊຽນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດກອງທຶນ Menas Capital LLC. ສະບັບທີ 2, ບົດບັນທຶກຄວາມເຂົ້າໃຈ ທາງດ້ານຍຸດທະສາດ ວ່າດ້ວຍຄວາມປອດໄພທາງໄຊເບີ ແລະ ລະບົບນິເວດການເງິນດິຈິຕອນ ລະຫວ່າງ ກະຊວງການເງິນ ແລະ ກຸ່ມບໍລິສັດ Kaspersky ຕາເວັນອອກກາງ. ການເຊັນສັນຍາ ຮ່ວມມືສອງສະບັບດັ່ງກ່າວນີ້ ແມ່ນການວາງຮາກຖານອັນໜັກແໜ້ນ ເພື່ອເຮັດໃຫ້ ສປປ ລາວ ກ້າວໄປພ້ອມກັບກະແສການປ່ຽນແປງຂອງໂລກ ແລະ ຈະເປັນກະແຈສໍາຄັນໃນການສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ການເຮັດທຸລະກໍາ ແລະ ການບໍລິຫານລັດທີ່ທັນສະໄໝ. ພ້ອມທັງຈະຊ່ວຍໃນການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ທາງດ້ານເຕັກນິກ ແລະ ສ້າງມາດຕະຖານຄວາມປອດໄພລະດັບສາກົນ ເພື່ອປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລະ ຜູ້ປະກອບການຢ່າງທົ່ວເຖິງ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມຄັ້ງນີ້ ໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.
ການເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ເປັນຂີດໝາຍສໍາຄັນ ເພື່ອຮັດແໜ້ນ ສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ພ້ອມທັງເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 30 ປີ ໃນປີ 2026 ທີ່ຈະມາເຖິງນີ້ ຊຶ່ງເປັນຂີດໝາຍໃໝ່ແຫ່ງການພົວພັນຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ນໍາອີກດ້ວຍ.



(ຂ່າວ: ກຕທ)

