09/02/2026
ໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ກຳລັງກະກຽມເຂົ້າສູ່ບັ້ນການເມືອງທີ່ສຳຄັນ ຄືການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ຈະມາເຖິງໃນວັນທີ 22 ກຸມພາ 2026 ນີ້. ພ້ອມທັງ ເປັນການຈັດຕັ້ງຜັນຂະຫຍາຍແຜນການດຳເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ໃຫ້ມີຄວາມເປັນເອກະພາບ ແລະ ທົ່ວເຖິງ. ໃນວັນທີ 7 ກຸມພາ 2026, ຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ປະຈຳເຂດເລືອກຕັ້ງຢູ່ເມືອງສອງຄອນ ໄດ້ລົງເຄື່ອນໄຫວພົບປະກັບພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງຢູ່ທີ່ເມືອງສອງຄອນ ແລະ ກອງພັນທະຫານຮາບທີ 4, ໃນວັນທີ 8 ກຸມພາ 2026, ໄດ້ລົງເຄື່ອນໄຫວໂຄສະນາຫາສຽງ ແລະ ພົບປະກັບພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ຢູ່ທີ່ສະໂມສອນເມືອງທ່າປາງທອງ ແລະ ບ້ານຫ້ວຍໝື່ນ. ພາຍໃຕ້ການນຳພາຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ.



ການລົງເຄື່ອນໄຫວໃນຄັ້ງນີ້ ກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນການດຳເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເຂົ້າສູ່ການປະຕິບັດຕົວຈິງ, ທັງເປັນການເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຊີວະປະຫວັດ, ຜົນງານ ແລະ ວິໄສທັດຂອງຜູ້ສະໝັກແຕ່ລະທ່ານ. ໃນໂອກາດນີ້, ບັນດາທ່ານຜູ້ສະໝັກ ສສຊ ແລະ ສສຂ ຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນ ແລະ ນຳສະເໜີວິໄສທັດ ລວມເຖິງແຜນການເຄື່ອນໄຫວຂອງຕົນ. ພ້ອມກັນນັ້ນ, ຍັງໄດ້ອະທິບາຍໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າໃຈແຈ້ງຕື່ມກ່ຽວກັບພາລະບົດບາດ ແລະ ໜ້າທີ່ຂອງອົງການນິຕິບັນຍັດ ເຊິ່ງເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໃນການສ້າງ ແລະ ປັບປຸງກົດໝາຍ, ການຕົກລົງບັນຫາພື້ນຖານຂອງຊາດ ແລະ ທ້ອງຖິ່ນ, ລວມທັງການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃຫ້ມີຄວາມສັກສິດ. ພ້ອມນີ້, ຍັງເປັນການເປີດເວທີໃຫ້ປະຊາຊົນໄດ້ມີສ່ວນຮ່ວມຢ່າງກົງໄປກົງມາ. ບັນດາຜູ້ມີສິດເລືອກຕັ້ງ ໄດ້ຜັດປ່ຽນກັນປະກອບຄຳເຫັນ ແລະ ສະເໜີບັນຫາທີ່ເປັນຂໍ້ຄົງຄ້າງໃນທ້ອງຖິ່ນ ເປັນຕົ້ນແມ່ນ: ການພັດທະນາເສດຖະກິດ-ສັງຄົມ: ສະເໜີໃຫ້ມີການຊຸກຍູ້ກົນໄກການຜະລິດກະສິກຳເປັນສິນຄ້າໃຫ້ເປັນຮູບປະທຳ, ການຫາຕະຫຼາດຮອງຮັບຜະລິດຕະພັນຂອງຊາວກະສິກອນ ແລະ ການແກ້ໄຂບັນຫາຄ່າຄອງຊີບ; ການປັບປຸງພື້ນຖານໂຄງລ່າງ: ປະຊາຊົນໄດ້ສະເໜີໃຫ້ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ເລັ່ງປັບປຸງເສັ້ນທາງຄົມມະນາຄົມລະຫວ່າງບ້ານຕໍ່ບ້ານ, ລະບົບຊົນລະປະທານເພື່ອການຜະລິດ ແລະ ການບໍລິການທາງດ້ານສາທາລະນະສຸກໃນເຂດຫ່າງໄກສອກຫຼີກໃຫ້ມີຄວາມສະດວກຂຶ້ນກວ່າເກົ່າ.



ໂອກາດນີ້ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນໜັກໃຫ້ຜູ້ມີສິດເລືອກຕັ້ງທຸກຄົນ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງຕົນ ເພື່ອຮັບປະກັນໃຫ້ໄດ້ບຸກຄະລາກອນທີ່ມີຄຸນສົມບັດສິນທຳປະຕິວັດ ແລະ ຄວາມຮູ້ຄວາມສາມາດຢ່າງແທ້ຈິງ ເຂົ້າໄປເຮັດໜ້າທີ່ໃນສະພາ. ສໍາລັບເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຜູ້ສະໝັກ ສສຊ ທັງໝົດ 28 ທ່ານ, ເລືອກເອົາ 21 ທ່ານ. ສ່ວນ ສສຂ ຊຸດທີ V ປະຈຳແຂວງສະຫວັນນະເຂດ ມີຜູ້ສະໝັກທັງໝົດ 105 ທ່ານ, ເລືອກເອົາ 75 ທ່ານ. ປະຈຳເຂດເລືອກຕັ້ງເມືອງສອງຄອນ ແມ່ນມີຜູ້ສະໝັກທັງໝົດ 07 ທ່ານ, ເລືອກເອົາ 05 ທ່ານ ແລະ ເຂດເມືອງທ່າປາງທອງ ມີຜູ້ສະໝັກ 7 ທ່ານ ແລະ ເລືອກເອົາ 5 ທ່ານ.
:
ໃນຕອນທ້າຍ, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມດ້ວຍຄະນະທັງໝົດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ຢືນຢັນຄວາມໝາຍໝັ້ນວ່າ ຫາກໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນ ຈະຕັ້ງໜ້າປະຕິບັດໜ້າທີ່ຕາມພາລະບົດບາດຂອງອົງການນິຕິບັນຍັດຢ່າງເຕັມເມັດເຕັມໜ່ວຍ ເພື່ອເປັນກະບອກສຽງທີ່ເຂັ້ມແຂງໃນການນຳເອົາຄວາມມຸ້ງມາດປາຖະໜາຂອງປະຊາຊົນໄປສູ່ການແກ້ໄຂຢ່າງແທ້ຈິງ, ພ້ອມທັງສ້າງສາພັດທະນາແຂວງສະຫວັນນະເຂດ ກໍຄືເມືອງສອງຄອນ ໃຫ້ມີຄວາມສິວິໄລ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.








ຂໍ້ມູນຂ່າວ-ພາບ: ອັກສອນສິນ ພົມມະຈັນ

