ຄະນະນຳ ກຕສ ເຂົ້າອວຍພອນວັນປີໃໝ່ ປະຈໍາຊາດ ຂອງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ
09/02/2026
ໃນຕອນເຊົ້າຂອງວັນທີ 8 ກຸມພາ 2026 ຜ່ານມາ, ທີ່ສະຖານເອກອັກຄະລັດຖະທູດຫວຽດນາມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະນຳ ເຂົ້າອວຍພອນ ສະຫາຍ ຫງວຽນ ມິ່ງ ເຕີມ ເອກອັກຄະລັດຖະທູດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດ ວັນປີໃໝ່ປະຈໍາຊາດ ຂອງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ຊຶ່ງເປັນວັນທີ່ມີຄວາມໝາຍ ແລະ ມີຄວາມສໍາຄັນ.
ໂອກາດດັ່ງກ່າວນີ້ ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ສະແດງຄວາມຊົມເຊີຍຢ່າງສູງ ຕໍ່ຜົນສໍາເລັດອັນຍິ່ງໃຫຍ່ ຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເຊິ່ງເປັນເຫດການສໍາຄັນທາງການເມືອງ, ຄວາມສໍາເລັດຂອງການ ຮ່ວມມືສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ ຊຶ່ງເປັນສາຍພົວພັນອັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກ ທີ່ໄດ້ສະແດງອອກພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ຂໍຊົມເຊີຍຕໍ່ກອງປະຊຸມລັດຖະມົນຕີ ດິຈິຕອນ ອາຊຽນ ຄັ້ງທີ 06 ທີ່ ສສ ຫວຽດນາມເປັນເຈົ້າພາບໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ທີ່ນະຄອນຮ່າໂນ້ຍ ສສ ຫວຽດນາມ ທີ່ຜ່ານມາ, ພ້ອມທັງຈະສືບຕໍ່ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ນັບມື້ນັບສະໜິດແໜ້ນກວ່າເກົ່າ ແລະ ໜັ້ນຄົງຄະໜົງແກ່ນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ບັນດາສະຫາຍຄະນະນຳ ຂອງ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ວຍນ້ຳໃຈໄມຕີຈິດຖານສະຫາຍອ້າຍນ້ອງ ຂໍອວຍພອນໃຫ້ມິດຕະພາບລາວ - ຫວຽດນາມ ໃຫ້ມີມູນເຊື້ອອັນດີງາມຕະຫຼອດໄປ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສະຫງ່າ.
ຂ່າວ ແລະ ພາບ ພຸດດາວອນ ພາສຸວັນ

