10/02/2026
ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ພະນັກງານພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໃນການເປັນເສນາທິການຄົ້ນຄ້ວາສັງລວມ ໃຫ້ຄະນະນໍາ ກຕສ, ບັນດາກົມ/ທຽບເທົ່າ ອ້ອມຂ້າງກະຊວງ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນຂອງວຽກ ເປັນເສນາທິການ ແລະ ການຄົ້ນຄ້ວາສັງລວມຂອງທາງຫ້ອງການ, ສົ່ງເສີມຊຸກຍູ້ໃຫ້ພະນັກງານພາຍໃນຫ້ອງການ ເຂົ້າໃຈເຖິງວຽກງານດັ່ງກ່າວນີ້ ຢ່າງລະອຽດເລິກເຊິ່ງ. ໂດຍສະເພາະ ແມ່ນການຮ່າງເອກະສານຕ່າງໆ, ລວມເອກະສານ ແລະ ການນໍາໃຊ້ເຄື່ອງມືເຕັກໂນໂລຊີ ເຂົ້າຊ່ວຍວຽກໃຫ້ເປັນລະບົບເອກະສານເອກະເລັກໂຕຣນິກ. ໃນຕອນບ່າຍ ຂອງວັນທີ 06 ກຸມພາ 2026, ຫ້ອງການ, ກຕສ ໄດ້ເປີດການຝຶກອົບຮົມໃນຫົວຂໍ້: ສ້າງຄວາມເຂັ້ມແຂງໃຫ້ພະນັກງານພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການເປັນເສນາທິການຄົ້ນຄ້ວາສັງລວມ ໃຫ້ ຄະນະນໍາ ກຕສ, ຂຶ້ນທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໂດຍການເປັນປະທານກ່າວເປີດ ຂອງ ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການ ກຕສ ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານ-ວິຊາການພາຍໃນກະຊວງ ພ້ອມດ້ວຍບັນດານັກວິທະຍາກອນ ຈາກສຳນັກງານນາຍົກລັດຖະມົນຕີ ແລະ ພາຍໃນກະຊວງເຂົ້າຮ່ວມ.
:
ການຝຶກອົບຮົມຄັ້ງນີ້, ແມ່ນເພື່ອແນ່ໃສ່ໃຫ້ພະນັກງານ ຜູ້ທີ່ຮັບຜິດຊອບວຽກງານການເປັນເສນາທິການໃຫ້ແກ່ຄະນະນຳ ກໍຄືວຽກງານເລຂານຸການ, ຄົ້ນຄ້ວາສັງລວມ ໂດຍສະເພາະການພົວພັນປະສານງານ ກັບບັນດາພາກສ່ວນຕ່າງໆທັງພາຍໃນ ແລະ ພາຍນອກ, ການກະກຽມບັນດາເອກະສານຕ່າງໆ, ບັນດາບົດສະຫຼຸບ, ບົດຄໍາເຫັນ ແລະ ເອກະສານອື່ນໆ ໃຫ້ມີເນື້ອໃນທີ່ກະທັດຮັດ, ຄົບຖ້ວນ ແລະ ມີຄວາມວ່າງໄວ. ໃນໂອກາດນີ້, ບັນດານັກຝຶກອົບຮົມ ໄດ້ມີການສົນທະນາແລກປ່ຽນ, ຖາມ-ຕອບ ເຊິ່ງກັນ ແລະ ກັນ ເຕັມໄປດ້ວຍບັນຍາກາດຟົດຟື້ນ, ທັງໄດ້ຄວາມຮູ້, ບົດຮຽນ ແລະ ປະສົບການ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຂອງຕົນໃຫ້ດີຂຶ້ນກວ່າເກົ່າ.
ກອງປະຊຸມໄດ້ປິດລົງ ໃນເວລາ 16: 00 ໂມງ ໃນວັນດຽວກັນ.
ຂ່າວ ແລະ ພາບ ພຸດດາວອນ ພາສຸວັນ

