ຝຶກອົບຮົມການເຊັນເອກະສານ ດ້ວຍລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຫ້ອງການທັນສະໄໝ (E-Office) ໃຫ້ບັນດາກົມ/ທຽບເທົ່າ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ

10/02/2026

ຝຶກອົບຮົມການເຊັນເອກະສານ ດ້ວຍລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຫ້ອງການທັນສະໄໝ (E-Office) ໃຫ້ບັນດາກົມ/ທຽບເທົ່າ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຝຶກອົບຮົມການເຊັນເອກະສານ ດ້ວຍລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຫ້ອງການທັນສະໄໝ (E-Office) ໃຫ້ບັນດາກົມ/ທຽບເທົ່າ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຕອນເຊົ້າຂອງວັນທີ 10 ກຸມພາ 2026, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດ ແຫ່ງຊາດ, ໂດຍການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳຜາຍ ອິນທະຣາ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ຊຶ່ງມີຫົວໜ້າ, ຮອງຫົວໜ້າ ກົມ/ທຽບເທົ່າ, ຫົວໜ້າພະແນກ ແລະ ອ້າຍນ້ອງວິຊາການ ຈຳນວນ 40 ກວ່າທ່ານເຂົ້າຮ່ວມ.

ຈຸດປະສົງແມ່ນເພື່ອອໍານວຍຄວາມສະດວກ ໃຫ່ແກ່ການບໍລິຫານ ແລະ ຈັດການເອກະສານແບບອອນລາຍ ໂດຍສະເພາະ ບໍລິຫານເອກະສານແບບທັນສະໄໝ ເພື່ອແກ້ໄຂວຽກງານເອກະສານ ໃນກໍລະນີດ່ວນ, ຈໍາເປັນທີ່ບໍ່ໄດ້ຢູ່ຫ້ອງການ, ກໍລະນີໄປເຄື່ອນໄຫວຢູ່ຕ່າງປະເທດ ແລະ ອື່ນໆ ໃຫ້ຂະບວນການດໍາເນີນເອກະສານມີຄວາມວ່ອງໄວ, ສະດວກສະບາຍ ແລະ ສາມາດເຊັນໄດ້ທຸກສະຖານທີ່ ແລະ ຫັນວຽກງານເອກະສານເປັນດິຈິຕອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ.

ທ່ານ ຄໍາຜາຍ ອິນທະຣາ ກ່າວວ່າ: ປັດຈຸບັນ ເຕັກໂນໂລຊີທີ່ທັນສະໄໝໄດ້ມີບົດບາດສໍາຄັນໃນການປະຕິບັດວຽກງານ, ບໍລິຫານ ແລະ ຈັດການວຽກງານພາຍໃນຫ້ອງການຢ່າງຫຼວງຫຼາຍ ຊຶ່ງຄຽງຄູ່ກັບຜົນດີ ກໍມີຜົນເສຍ ຫຼື ຄວາມສ່ຽງ ໃນການຕົວະຢົວະຫຼອກລວງເພື່ອເອົາຂໍ້ມູນ ຫຼື ເອກະສານທີ່ບໍ່ແມ່ນຂອງເຮົາແທ້ ເພື່ອໄປນໍາໃຊ້ໃນທາງທີ່ບໍ່ຖືກຕ້ອງ ແລະ ຜິດກົດໝາຍ. ສະນັ້ນ, ການລົງລາຍເຊັນເອກະສານໂຕຣນິກ ຫຼື ລະບົບ E-Signature ເປັນລະບົບໜຶ່ງທີ່ຊ່ວຍໃນການເຊັນເອກະສານແບບອອນລາຍໃຫ້ສະດວກຂຶ້ນ ພ້ອມທັງຮັບປະກັນການຢັ້ງຢືນຕົວຕົນຂອງບຸກຄົນນັ້ນ ຊຶ່ງໄດ້ຖືກຍອມຮັບຈາກຕົວແທນອອກໃບຢັ້ງຢືນດິຈິຕອນສາກົນ ຫຼື CA (Certificate Authority).

ການຝຶກອົບຮົມຄັ້ງນີ້ ໄດ້ປິດລົງໃນເວລາ 11:30 ໂມງຂອງວັນດຽວກັນ.

ຂ່າວ ແລະ ພາບ: ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ