ກອງປະຊຸມ ຝຶກອົບຮົມສົ່ງເສີມທັກສະດິຈິຕອນຂັ້ນພື້ນຖານ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ຂອງບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາເມືອງໃກ້ຄຽງ

13/02/2026

ກອງປະຊຸມ ຝຶກອົບຮົມສົ່ງເສີມທັກສະດິຈິຕອນຂັ້ນພື້ນຖານ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ຂອງບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາເມືອງໃກ້ຄຽງ

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມຝຶກອົບຮົມ ສົ່ງເສີມທັກສະດິຈິຕອນຂັ້ນພື້ນຖານໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ຂອງບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາເມືອງໃກ້ຄຽງ ທີ່ຢູ່ນະຄອນຫຼວງວຽງຈັນ, ໃນລະຫວ່າງວັນທີ 11-12 ກຸມພາ 2026, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 05, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລົດຖະມົນຕີ ກຕສ ມີຜູ້ຕາງໜ້າຈາກຄະນະບໍລິຫານງານຊາວໜຸ່ມຂອງບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາເມືອງໃກ້ຄຽງ ທີ່ຢູ່ນະຄອນຫຼວງວຽງຈັນເຂົ້າຮ່ວມ 170 ກວ່າຄົນ.

ຈຸດປະສົງໃນການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້, ກໍເພື່ອເປັນການປູກຈິດສຳນຶກ, ຊຸກຍູ້ ແລະ ສະໜັບສະໜູນຊາວໜຸ່ມໃນການເຂົ້າເຖີງ ແລະ ນໍາໃຊ້ເຕັກໂນໂລຊີດິຈິຕອນ ຄຽງຄູ່ກັບການສ້າງທັກສະທີ່ຈຳເປັນ ໃຫ້ແກ່ໄວໜຸ່ມ, ເພື່ອຍົກລະດັບຄວາມຮູ້, ຄວາມເຂົ້າໃຈກ່ຽວກັບວຽກງານການຫັນເປັນດິຈິຕອນ ແລະ ຍົກລະດັບທັກສະການນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນການພັດທະນາວຽກງານ ແລະ ການດຳລົງຊີວິດໃຫ້ມີປະສິດທິພາບສູງຂຶ້ນ ເປັນຕົ້ນແມ່ນ: ເຄື່ອງມືດິຈິຕອນ, ການສ້າງ ແລະ ບໍລິຫານຈັດການຂໍ້ມູນດິຈິຕອນ ພ້ອມທັງການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ ແລະ ການປົກປ້ອງຂໍ້ມູນສ່ວນຕົວ. ໃນໂອກາດດຽວກັນນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມ ຍັງໄດ້ຢ້ຽມຊົມການວາງສະແດງຜະລິດຕະພັນເຕັກໂນໂລຊີ ແລະ ທ່ຽວຊົມສູນ Digital Park ອີກດ້ວຍ.

ການຈັດກອງປະຊຸມຝຶກອົບຮົມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 02 ວັນ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບຄວາມສຳຄັນຂອງການນຳໃຊ້ສື່ສັງຄົມອອນລາຍ, ສິ່ງທ້າທາຍ ແລະ ປະກົດການຫຍໍ້ທໍ້ຂອງການນຳໃຊ້ສື່ສັງຄົມອອນລາຍ, ຄວາມຮູ້ພື້ນຖານກ່ຽວກັບໂລກດິຈິຕອນ, ຄວາມປອດໄພທາງໄຊເບີ ແລະ ການປົກປ້ອງຂໍ້ມູນສ່ວນຕົວ, ແຜນພັດທະນາຍົກລະດັບຄວາມຮູ້ ແລະ ທັກສະດ້ານດິຈິຕອນໃຫ້ແກ່ຊາວໜຸ່ມ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ການນຳໃຊ້ເຄື່ອງມືຄຣາວ ແລະ ເຄື່ອງມືດິຈິຕອນ ເພື່ອການບໍລິຫານວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ທິດທາງຂອງການນຳໃຊ້ປັນຍາປະດິດ ເຂົ້າໃນການເຮັດວຽກ ແລະ ການຮຽນ-ການສອນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານໂຄງລ່າງດິຈິຕອນ ໂດຍຜ່ານລະບົບປັນຍາປະດິດແບບມາດຕະຖານ ແລະ ລະບົບຄອມພິວເຕີແບບດັ່ງເດີມ. ພ້ອມນັ້ນ, ຍັງໄດ້ຝຶກອົບຮົມໃນການປະຕິບັດຕົວຈິງ ວິທີການສ້າງເນື້ອຫາ ແລະ ການສ້າງຄິບວີດີໂອສັ້ນ ໂດຍໃຊ້ຄຳສັ່ງການນຳໃຊ້ປັນຍາປະດິດ (AI). ພິເສດ ການຈັດກອງປະຊຸມຝຶກອົບຮົມ ແລະ ງານວາງສະແດງໃນຄັ້ງນີ້ ຍັງເປັນການຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ XII ແລະ ຜົນສໍາເລັດຂອງກອງປະຊຸມໃຫຍ່ອົງຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານຄັ້ງທີ III ຢ່າງເປັນຂະບວນຟົດຟື້ນ.

ບົດຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ