23/02/2026
ໃນຕອນເຊົ້າ ຂອງວັນທີ 20 ກຸມພາ 2026, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດຊຸດຝຶກອົບຮົມການຄົ້ນຄວ້າວິທະ
ຍາສາດ ໂດຍຊ່ຽວຊານຈາກອົງການໄນປາ (NIPA) ແຫ່ງ ສາທາລະນະລັດ ເກົາຫລີ ຊຸດທີ 2 ຂື້ນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນ ສຕສ ແລະ ທ່ານ Prof. Hahn Shin, ຊ່ຽວຊານຈາກອົງການໄນປາ (NIPA) ມີບັນດາຄູອາຈານພາຍໃນ ສຕສ ເຂົ້າຮ່ວມຫຼາຍກວ່າ 10 ທ່ານ.

ຈຸດປະສົງຫຼັກຂອງການຈັດຝຶກອົບຮົມໃນຄັ້ງນີ້, ກໍສືບຕໍ່ຜັນຂະຫຍາຍ ຈາກໂຄງການຊ່ວຍເຫຼືອຂອງອົງການໄນປາ ໃນໄລຍະ 6 ເດືອນ ຕົ້ນປີ 2026, ແນ່ໃສ່ການຍົກລະດັບທັກສະການຂຽນບົດຄົ້ນຄ້ວາວິທະຍາສາດ ແລະ ການຄັດເລືອກຫົວຂໍ້, ການຄົ້ນຄວ້າໃຫ້ໄດ້ມາດຕະຖານສາກົນ. ຊຶ່ງນອນຢູ່ໃນໜື່ງຂອງຈໍານວນສາມພາລະບົດບາດຫຼັກຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຄື: ການຄົ້ນຄ້ວາວິທະຍາສາດ ໃຫ້ຕິດພັນກັບການພັດທະນາຊັບພະຍາກອນມະນຸດໃນຍຸກດິຈິຕອນ ໃຫ້ບັນລຸເປົ້າໝາຍ, ສາມາດຕີພິມລົງວາລະສານແຫ່ງຊາດ-ສາກົນ, ນໍາສະເໜີລາຍງານໃນກອງປະຊຸມວິຊາການຂັ້ນຕ່າງໆ ແລະ ນໍາໃຊ້ໝາກຜົນຂອງການຄົ້ນຄ້ວາວິທະຍາສາດດັ່ງກ່າວ ມານໍາໃຊ້ໄດ້ໃນແຜນວຽກງານຕົວຈິງ ຕາມທິດທາງແຜນຍຸດທະສາດ, ແຜນພັດທະນາເສດຖະກິດດິຈິຕອນ ຢ່າງຮູບປະທໍາ ແລະ ຍືນຍົງ.
.jpeg)
.jpeg)
ໃນໂອກາດນີ້, ທ່ານ ປອ. ນາງ ໃຈມາລີ ພະກະຊຸມ ໄດ້ໃຫ້ທິດຊີ້ນຳ ແລະ ຄໍາເຫັນຢ່າງເນັ້ນໜັກ ຕໍ່ຊຸດຝຶກອົບຮົມ. ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສຳຄັນ ຂອງການພັດທະນາຊັບພະຍາກອນມະນຸດເວົ້າລວມ, ເວົ້າສະເພາະການຍົກລະດັບຄຸນນະພາບຂອງບຸກຄະລາກອນຄູອາຈານພາຍໃນ ສຕສ ຕ້ອງໄດ້ຮັບການຍູ້ແຮງໃນດ້ານຂະບວນການປະດິດຄິດສ້າງ ທາງວິທະຍາສາດຢ່າງເປັນລະບົບ ຄື: ການຊອກຮູ້ບັນຫາ, ການເກັບກໍາຂໍ້ມູນ, ການວິເຄາະ ແລະ ການແກ້ໄຂບັນຫາ ຕົວຈິງຢ່າງຖືກຈຸດ ເພື່ອນໍາບັນດາຜົນງານການຄົ້ນຄວ້າວິທະຍາສາດ ເປັນບ່ອນອີງພື້ນຖານສໍາຄັນໃນການຢືນສະເໜີຂໍການພິຈາລະນາຜົນປະເມີນຕໍາແໜ່ງວິຊາການຄູແບບປະຈໍາ ຂັ້ນຕ່າງໆ ແລະ ກາຍເປັນສ່ວນໜື່ງທີ່ສໍາຄັນ, ຈໍາເປັນໃນການພັດທະນາ ແລະ ສ້າງສາປະເທດຊາດ ດ້ານການພັດທະນາຊັບພະຍາກອນດິຈິຕອນ ໃຫ້ໄດ້ມາດຕະຖານແຫ່ງຊາດ ແລະ ສາກົນ ສຶບຕໍ່ຈາກຮຸ້ນສູ່ຮຸ້ນ ອອກຮັບໃຊ້ສັງຄົມ, ພ້ອມທັງຮັບປະກັນໄດ້ຜ່ານການສຶກສາອົບຮົມບົ່ມເພາະຈາກບັນດາຄູອາຈານທີ່ມີຄຸນນະພາບສູງ.
:
ໃນພາກດຳເນີນການຝຶກອົບຮົມ, ທ່ານ Prof. Hahn Shin ໄດ້ນຳສະເໜີເນື້ອໃນເຕັກນິກການຂຽນບົດໂຄງການ, ວິທີການເລືອກຫົວຂໍ້ວິໄຈທີ່ສອດຄ່ອງກັບຂົງເຂດຄວາມຊ່ຽວຊານ ແລະ ການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄົ້ນຄ້ວາຂໍ້ມູນຢ່າງມີປະສິດທິຜົນ. ນີ້ຖືເປັນບາດກ້າວສຳຄັນໃນການຮັດແໜ້ນສາຍພົວພັນຮ່ວມມືທາງດ້ານວິຊາການ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນໄລຍະຍາວ.

ພາບຂ່າວ ແລະ ເນື້ອໃນ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

