ກຕສ ຊະນະເລີດລາງວັນພິເສດໃນງານແຂ່ງຂັນ Singapore AI Safety Red Teaming Challenge 2026

27/02/2026

ກຕສ ຊະນະເລີດລາງວັນພິເສດໃນງານແຂ່ງຂັນ Singapore AI Safety Red Teaming Challenge 2026

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສົ່ງຕົວແທນເຂົ້າຮ່ວມງານ Singapore AI Safety Red Teaming Challenge 2026, ທີ່ປະເທດສິງກະໂປ, ໃນລະຫວ່າງວັນທີ 19–21 ມັງກອນ 2026 ທີ່ຜ່ານມາ. ນຳພາຄະນະເດີນທາງໄປເຂົ້າຮ່ວມໂດຍ ທ່ານ ທະນົງເດືອນ ຕຸລິຫົງ ຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ກຕສ. ຊຶ່ງການເຂົ້າຮ່ວມຄັ້ງນີ້, ໂຕແທນຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສາມາດຍາດໄດ້ອັນດັບ 1 ຂອງລາງວັນພິເສດມາໄດ້ ໂດຍສາມາດແກ້ໄຂໂຈດທີ່ຍາກສຸດໃນງານແຂ່ງຂັນດ້ວຍເວລາທີ່ໄວທີ່ສຸດ ຜ່ານເຕັກນິກ Image-Injection ເພື່ອເຈາະລະບົບ AI ໃຫ້ເຮັດຕາມຄຳສັ່ງທີ່ຢູ່ນອກ
ເໜືອຂໍ້ກຳນົດ ແລະ ເກີດການຮົ່ວໄຫຼຂອງຂໍ້ມູນ.  ສ່ວນການແຂ່ງຂັນແບບຄະແນນລວມ ແມ່ນຕົກເປັນຂອງປະເທດຍີ່ປຸ່ນ ທີ່ສາມາດເຮັດຄະແນນລວມໄດ້ຫຼາຍທີ່ສຸດໃນ 14 ປະເທດ.

ງານແຂ່ງຂັນ Singapore AI Safety Red Teaming Challenge 2026 ເປັນເວທີການແຂ່ງຂັນດ້ານຄວາມປອດໄພຂອງປັນຍາປະດິດ (AI) ລະດັບພາກພື້ນ, ເປັນການຕໍ່ຍອດຄວາມຮ່ວມມືດ້ານການຄຸ້ມຄອງປັນຍາປະດິດຂອງອາຊຽນເຊິ່ງ ສປປ ລາວ ກໍຄືກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຖານະທີ່ເປັນສະມາຊິກຂອງ ASEAN Working Group on AI Governance ກໍໄດ້ຖືກເຊື້ອເຊີນເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ເປັນຄັ້ງທຳອິດ.

AI Red Teaming ແມ່ນຂະບວນການທົດສອບຄວາມໝັ້ນຄົງ ແລະ ຄວາມປອດໄພຂອງລະບົບປັນຍາປະດິດສ້າງສັນ (Generative AI) ໂດຍເປັນການຈຳລອງສະຖານະການ ການໂຈມຕີ ຫຼື ການນຳໃຊ້ໃນທາງທີ່ຜິດ ເພື່ອຄົ້ນຫາຈຸດອ່ອນຂອງລະບົບ ປັນຍາປະດິດ. ການແຂ່ງຂັນຄັ້ງນີ້ ແມ່ນໃຊ້ຮູບແບບ Capture-the-Flag ຜ່ານ 7 ລະດັບຄວາມຊັບຊ້ອນ ເຊິ່ງເປັນການແຂ່ງຂັນແບບ ASEAN + 4 ໂດຍມີຜູ້ຊ່ຽວຊານດ້ານປັນຍາປະດິດຫຼາຍກວ່າ 80 ທ່ານຈາກ 10 ປະເທດອາຊຽນ ແລະ ອີກ 4 ປະເທດແນວໜ້າດ້ານເຕັກໂນໂລຊີປັນຍາປະດິດ ຄື: ຈີນ, ອິນເດຍ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ເພື່ອແຂ່ງກັນເຈາະລະບົບ AI ແນໃສ່ຄວາມສ່ຽງດ້ານການຮົ່ວໄຫຼຂອງຂໍ້ມູນ (Data Leakage) ທີ່ເປັນໜຶ່ງໃນຄວາມສ່ຽງອັນສຳຄັນຂອງການນຳໃຊ້ Generative AI ໃນພາກລັດ ແລະ ພາກເອກະຊົນ. ນອກຈາກນັ້ນ, ຍັງມີການທົດສອບອື່ນໆ ເພື່ອສະທ້ອນຂໍ້ຈຳກັດ ແລະ ຈຸດອ່ອນຂອງໂຕຈຳລອງປັນຍາປະດິດ ເມື່ອຖືກນຳໄປໃຊ້ໃນບໍລິບົດຕ່າງໆ.

ຜົນໄດ້ຮັບຈາກເວທີການແຂ່ງຂັນນີ້ ບໍ່ພຽງແຕ່ເປັນການຮັບເອົາປະສົບການ ແລະ ລາງວັນຈາກການແຂ່ງຂັນເທົ່ານັ້ນ ແຕ່ເປັນການນຳເອົາຄວາມຮູ້ ແລະ ຄວາມເຂົ້າໃຈຕໍ່ຄວາມສ່ຽງຂອງລະບົບປັນຍາປະດິດ ມາຍົກລະດັບຄວາມໝັ້ນຄົງຂອງ AI ໃນປະເທດ. ພ້ອມກັນນັ້ນ, ຍັງສາມາດນຳເອົາບົດຮຽນ ແລະ ຮູບແບບການເຮັດວຽກຈາກເວທີລະດັບພາກພື້ນດັ່ງກ່າວ ມາຕໍ່ຍອດສູ່ການດຳເນີນງານໃນປະເທດ ເພື່ອສົ່ງເສີມໃຫ້ການນຳໃຊ້ AI ໃຫ້ມີຄວາມໝັ້ນຄົງ, ປອດໄພ ແລະ ພ້ອມຮັບມືກັບຄວາມທ້າທາຍດ້ານເຕັກໂນໂລຊີໃນອະນາຄົດ.

ຂ່າວ ແລະ ຮູບ: ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ