27/02/2026
ກົມແຜນການ ແລະ ການເງິນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານແຜນການ ແລະ ການເງິນ ໃຫ້ບັນດາກົມ/ທຽບເທົ່າ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ໃນວັນທີ 26 ກຸມພາ 2026, ທີ່ຫ້ອງປະຊຸມສູນອິນເຕີເນັດແຫ່ງຊາດ. ໂດຍການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ມີບັນດາທ່ານຫົວໜ້າກົມ, ສູນ, ສະຖາບັນ, ອົງການ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ-ວິຊາການພາຍໃນກະຊວງ ເຂົ້າຮ່ວມຈຳນວນ 110 ທ່ານ.
ທ່ານ ແກ້ວວີສຸກ ໂສລະພົມ ໄດ້ກ່າວວ່າ: ການຝຶກອົບຮົມດັ່ງກ່າວນີ້ ເປັນການຝຶກອົບຮົມທີ່ມີຄວາມໝາຍຄວາມສຳຄັນຕໍ່ບັນດາກົມ ກໍຄືບັນດາພະນັກງານຈາກພາກສ່ວນຕ່າງໆພາຍໃນກະຊວງ ໂດຍສະເພາະຜູ້ທີ່ຮັບຜິດວຽກງານ ໂຄງການ, ແຜນການ ແລະ ການເງິນ. ສະນັ້ນ, ເພື່ອປະຕິບັດຕາມແຜນການ-ແຜນງານທີ່ວາງໄວ້ ແລະ ໃຫ້ການຝຶກອົບຮົມຄັ້ງນີ້ປະກົດຜົນເປັນຈິງ ຈຶ່ງຂໍໃຫ້ ບັນດາກົມ, ສູນ, ສະຖາບັນ ແລະ ພາກສ່ວນຕ່າງອອ້ມຂ້າງກະຊວງ ປະສານສົມທົບກັນຢ່າງສະໜິດແໜ້ນກັບກົມແຜນການ ແລະ ການເງິນ ປະສານງານໃຫ້ຖືກຈຸດກັບບັນດາພະແນກພາຍໃນກົມ ຮ່ວມກັນແກ້ໄຂຂໍ້ບົກຜ່ອງ ຜັກດັນສົ່ງເສີມຂໍ້ໄດ້ປຽບ ເພື່ອຈຸດປະສົງເປົ້າໝາຍລວມ ແລະ ນໍາເອົາບົດຮຽນຈາກການຝຶກອົບຮົມຄັ້ງນີ້ ນຳໄປໃຊ້ເຂົ້າໃນວຽກງານຕົວຈິງ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ດ້ວຍບາດກ້າວທີ່ເຂັ້ມແຂງ ແລະ ບຸກທະລຸ.
ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້, ກໍເພື່ອໃຫ້ຮຽນຮູ້, ເຂົ້າໃຈ ໃນວຽກງານປະເມີນຜົນໂຄງການລົງທຶນຂອງລັດ, ການນຳເດີນຂັ້ນຕອນ, ລະບຽບການຂອງການຈັດຊື້-ຈັດຈ້າງໃນໂຄງການລົງທຶນ ແລະ ລະບຽບການເກັບລາຍຮັບເຂົ້າງົບປະມານຂອງລັດ. ກອງປະຊຸມຝຶກອົບຮົມກໍດຳເນີນໂດຍນັກວິທະຍາກອນຈາກກົມປະເມີນຜົນ ແລະ ຈັດຊື້ຈັດຈ້າງ, ກົມສວຍສາອາກອນ, ກະຊວງການເງິນ. ໂດຍມີຫົວຂໍ້ທີ່ສໍາຄັນໃນການນຳສະເໜີຫຼາຍຫົວຂໍ້ ຄື: ວຽກງານຈັດຊື້-ຈັດຈ້າງ ແລະ ເຜີຍແຜ່ແຈ້ງການນຳໃຊ້ເວັບໄຊຈັດຊື້ຈັດຈ້າງ, ວຽກງານການຄຸ້ມຄອງລາຍຮັບວິຊາການ ແລະ ວຽກງານປະເມີນໂຄງການລົງທຶນຂອງລັດ, ຂັ້ນຕອນການດຳເນີນການປະເມີນໂຄງການ, ຂັ້ນຕອນການຈັດຊື້-ຈັດຈ້າງໃນບັນດາໂຄງການລົງທຶນຂອງລັດ ໃຫ້ຖືກຕ້ອງຕາມລະບຽບ, ແນະນຳນິຕິກຳ, ເອກະສານກ່ຽວຂ້ອງເພື່ອເປັນບ່ອນອີງໃນການປະຕິບັດວຽກງານໃນຕໍ່ໜ້າ. ພ້ອມນັ້ນ, ນັກສຳມະນາກອນ ໄດ້ມີການແລກປ່ຽນບົດຮຽນ ແລະ ປະກອບຄວາມຄິດເຫັນຢ່າງຟົດຟື້ນ.
ກອງປະຊຸມຝຶກອົບຮົມ ໄດ້ດໍາເນີນໄປເປັນເວລາ 01 ວັນຈຶ່ງຈະສໍາເລັດ.
ຂ່າວ ແລະ ຮູບ: ພຸດດາວອນ ພາສຸວັນ

