27/02/2026
ໃນວັນທີ 27 ກຸມພາ 2026, ທີ່ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກຕສ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເມແກນ ໂຈນສ໌ (Mrs Megan Jones) ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ເພື່ອສະແດງຄວາມຊົມເຊີຍ ເນື່ອງໃນໂອກາດທີ່ທ່ານລັດຖະມົນຕີໄດ້ຮັບຕໍາແໜ່ງໃໝ່.
ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ເມແກນ ໂຈນສ໌ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຜ່ານມາ. ໂດຍສະເພາະ ການຮ່ວມມືພົວພັນສອງຝ່າຍ ສປປ ລາວ ແລະ ອົດສະຕຣາລີ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນ ໃນຂົງເຂດວຽກງານບູລະມະສິດຕ່າງໆເຊັ່ນ: ຄວາມປອດໄພທາງໄຊເບີ, ປັນຍາປະດິດ (AI), ມາດຕະຖານເຕັກໂນໂລຊີທີ່ສໍາຄັນ ແລະ ການປົກປ້ອງພື້ນຖານໂຄງລ່າງ ເພື່ອເສີມສ້າງສາຍພົວພັນລະຫວ່າງສອງປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ.

