ກອງປະຊຸມຄົບຄະນະ ແລະ ສະຫຼຸບຖອດຖອນບົດຮຽນຂອງຄະນະກໍາມາທິການເພືື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກຕສ

03/03/2026

ກອງປະຊຸມຄົບຄະນະ ແລະ ສະຫຼຸບຖອດຖອນບົດຮຽນຂອງຄະນະກໍາມາທິການເພືື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກຕສ

            ໃນຕອນບ່າຍຂອງວັນທີ 27 ກຸມພາ 2026, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄກມດ, ກຕສ) ໄດ້ຈັດກອງປະຊຸມຄົບຄະນະ ແລະ ສະຫຼຸບຖອດຖອນບົດຮຽນ ຂອງຄະນະກໍາມາທິການເພືື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກຕສ ໃນການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ປະຈໍາປີ 2025. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ, ປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ  ກຕສ ມີບັນດາທ່ານຮອງປະທານ, ຄະນະ ແລະ ພະນັກງານຊ່ວຍວຽກ ຄກມດ ຈາກບັນດາຫ້ອງການ, ກົມ, ອົງການ, ສູນ, ສະຖາບັນ ແລະ ບໍລິສັດ ດ້ານໂທລະຄົມ, ໄປສະນີ ອ້ອມຂ້າງ ກຕສ ເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ຮັບຟັງການລາຍງານ ສະຫຼຸບຕີລາການເຄື່ອນໄຫວວຽກງານຂອງຄະນະກໍາມາທິການ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026. ພ້ອມນັ້ນ, ໄດ້ມີການແລກປ່ຽນບົດຮຽນ, ປະກອບຄໍາຄິດຄໍາເຫັນ​ຕໍ່ກັບບັນຫາຕ່າງໆ ທີ່ມີລັກສະນະສ້າງສັນ ແລະ ກົງໄປກົງມາ ທີ່ຈະນໍາໄປຄົ້ນຄວ້າ ແລະ ປັບປຸງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.

ຕອນທ້າຍ, ທ່ານຮອງລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ ຄະນະ ກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ທີ່ຍາດໄດ້ຜົນງານພົ້ນເດັ່ນຫຼາຍດ້ານ ແລະ ຍັງເນັ້ນ ໃຫ້ຄະນະ ຄກມດ ກະຊວງ ຈາກທຸກພາກສວ່ນໄປຄົ້ນຄວ້າ ແລະ ສັງລວມບັນດາໜ້າວຽກຕ່າງໆທີ່ຕິດພັນກັບພາລະບົດບາດຂອງຕົນ ແລະ ພ້ອມກັນ ກະກຽມຈັດຕັ້ງຜັນຂະຫຍາຍບັນດາແຜນດໍາເນີນງານແຫ່ງຊາດໃນໄລຍະໃໝ່ນີ້, ລວມທັງສົນທິສັນຍາ
ຊີດໍ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ, ການສົ່ງເສີມ, ການພັດທະນາ, ການມີສ່ວນຮ່ວມຂອງເດັກ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ທີ່ຕິດພັນຂະ
ແໜງການ ຕສ ເພື່ອສ້າງເປັນແຜນດໍາເນີນງານ, ແຜນການ, ແຜນງານ, ໂຄງການ ແລະ ກິດຈະກໍາອັນ ລະອຽດຂອງ​ບັນດາກົມ/ທຽບເທົ່າ ແລະ ບໍລິສັດ ດ້ານໂທລະຄົມ, ໄປສະນີ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ​ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ