11/03/2026
ເພື່ອສ້າງຄວາມເປັນເອກະພາບດ້ານແນວຄິດ ໃຫ້ພະນັກງານ ແລະ ສະມາຊິກພັກທົ່ວກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ກຳແໜ້ນເນື້ອໃນຈິດໃຈ ແລະ ຫຼັກການຂອງພັກ ຢ່າງຖືກຕ້ອງ ແລະ ເປັນເອກະພາບ ເພື່ອຍົກສູງສະຕິປັນຍາ ແລະ ຄວາມຮັບຜິດຊອບຊຸກຍູ້ໃຫ້ພະນັກງານນຳເອົາບົດຮຽນ ແລະ ທິດທາງຂອງພັກ ໄປໝູນໃຊ້ເຂົ້າໃນການປັບປຸງແບບແຜນວິທີເຮັດວຽກ ໃຫ້ມີປະສິດທິພາບສູງຂຶ້ນ ເພື່ອຜັນຂະຫຍາຍມະຕິຂອງພັກ ຫັນເອົາເອກະສານສຳຄັນຕ່າງໆ ມາເປັນແຜນງານ ແລະ ໂຄງການລະອຽດ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານພາຍໃນ ກຕສ ບັນລຸຕາມຄາດໝາຍທີ່ວາງໄວ້ ເພື່ອສ້າງພະນັກງານທີ່ດີ ເນັ້ນການສ້າງບຸກຄະລາກອນທີ່ມີຄຸນສົມບັດສິນທຳປະຕິວັດ ມີຄວາມຮູ້ຄວາມສາມາດ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ.
ໃນວັນທີ 11 ມີນາ 2026, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີກອງປະຊຸມເຜີຍ ແລະ ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ປອ ສັນຕິສຸກ ສິມມະລາວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຫ້ອງການ, ກົມ, ສູນ ສະຖາບັນ ແລະ ບໍລິສັດ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.
ເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້ ປະກອບມີ: ຜ່ານເນື້ອໃນໂຄງການ ການເມືອງຂອງພັກ ແລະ ຜ່ານລາຍງານການເມືອງຕໍ່ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂດຍ ສະຫາຍ ແກ້ວວິສຸກ ໂສລະພົນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກຕສ, ຜ່ານແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ X (2026-2030) ໂດຍ ສະຫາຍ ໄຊຊະນະ ສິດທິພອນ ກໍາມະການປະຈໍາພັກ, ຮອງລັດຖະມົນຕີ ກຕສ ແລະ ຜ່ານມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂດຍ ສະຫາຍ ໄຊລືຊາ ອິນຊຽງ
ໃໝ່ ກໍາມະການປະຈໍາພັກ, ປະທານກວດກາພັກ, ຮອງລັດຖະມົນຕີ ກຕສ.
ໃນພິທີດັງກ່າວ ຍັງໄດ້ປະກາດແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ຄື: ແຕ່ງຕັ້ງທ່ານ ວຽງໄຊ ສຸລະຈິດ ເປັນຮອງຫົວໜ້າຫ້ອງ, ແຕ່ງຕັ້ງ ທ່ານ ປອ ນາງ ເພັດສະດາພອນ ຫອມພະຈັນ ເປັນຮອງຫົວໜ້າຫ້ອງການ, ແຕ່ງຕັ້ງ ທ່ານ ນາງ ສຸພາພອນ ຜຸຍຍະວົງ ເປັນຮອງຫົວໜ້າກົມເຕັກໂນໂລຊີດີຈິຕອນ ແລະ ແຕ່ງຕັ້ງທ່ານ ນາງ ບຸນສົງ ແກ້ວຈັນມີ ເປັນຮອງຫົວໜ້າກົມກວດກາ. ພ້ອມນີ້, ໄດ້ແຕ່ງຕັ້ງທ່ານ ປະສິທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີດີຈິຕອນ ເປັນຮັກສາການຫົວໜ້າກົມເຕັກໂນໂລຊີດີຈິຕອນ. ໃນໂອກາດດຽວກັນ, ໄດ້ມອບມະຕິຕົກລົງ ການອະນຸມັດສ້າງຕັ້ງ ຄະນະພັກຮາກຖານ ບໍລິສັດ ໄປສະນີລາວ ຈໍາກັດ ປະກອບມີ 3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ມີ: ໜ່ວຍພັກບໍລິຫານ, ໜ່ວຍພັກເສດຖະກິດ ແລະ ໜ່ວຍພັກວິຊາການ.
ຕອນທ້າຍ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ. ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ ພ້ອມທັງ ຊີ້ນໍາໃຫ້ເອົາໃຈໃສ່ສືບຕໍ່ນໍາພາ-ຊີ້ນໍາວຽກງານ ທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ ໃຫ້ສອດຄອງກັບແຜນພັດທະນາເສດຖະກິດແຫ່ງຊາດ. ຄຽງຄູ່ກັນນັ້ນ, ກໍໃຫ້ສືບຕໍ່ຍົກສູງຫຼັກໝັ້ນການເມືອງ, ຍຶດໝັ້ນອຸດົມການຂອງພັກ ແລະ ຍົກສູງນໍ້າໃຈເສຍສະຫຼະ ແນ່ໃສ່ການຫັນປ່ຽນທີ່ແຂງແຮງ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ໃຫ້ເປັນຮູບປະທໍາ ແລະ ໄດ້ຮັບຜົນດີ.

