12/03/2026
ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ພາຍໃນ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ທັງເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ) ຄົບຮອບ 116 ປີ, ຫ້ອງການ ຮ່ວມກັບ ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມ ແລະ ແລກປ່ຽນຂໍ້ມູນກ່ຽວກັບ ລະບົບຄຸ້ມຄອງບັນຊີຊັບສິນ ແລະ ລະບົບຄຸ້ມຄອງບຸກຄະລາກອນ ແບບທັນສະໄໝ ຂຶ້ນໃນຕອນບ່າຍຂອງ ວັນທີ 05 ມີນາ 2026 ຜ່ານມາ, ທີ່ຫ້ອງປະຊຸມ ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງ ທ່ານ ພວງປະເສີດ ແກ້ວສຸວັນ, ກໍາມະການປະຈໍາພັກກະຊວງ, ຫົວໜ້າຫ້ອງການ, ມີຄະນະຫ້ອງການ, ຄະນະກົມ, ຫົວໜ້າ ແລະ ຮອງຫົວໜ້າພະແນກ, ນັກວິທະຍາກອນ ຈາກກົມເຕັກໂນໂລຊີດິຈິຕອນ ພ້ອມດ້ວຍພະນັກງານວິຊາການທັງສອງພາກສ່ວນເຂົ້າຮ່ວມຮ່ວມ 40 ກວ່າທ່ານ.


ພາຍຫຼັງສໍາເລັດການຝຶກອົບຮົມ ແລະ ແລກປ່ຽນຄໍາຄິດເຫັນແລ້ວ ທັງສອງພາກສ່ວນຍັງໄດ້ຮ່ວມຈັດກິດຈະກໍາກິລາເປຕັງ ຮ່ວມກັບ ອົງການດັດສົມໂທລະຄົມມະນາຄົມ, ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເພື່ອສ້າງຄວາມສະໜິດແໜ້ນລະຫວ່າງພະນັກງານຂອງທັງ 5 ພາກສ່ວນ ເວົ້າລວມ, ເວົ້າສະເພາະ ກໍຄືສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ ໃຫ້ແກ່ເອື້ອຍນ້ອງແມ່ຍິງໃຫ້ເປັນຂະບວນການຟົດຟື້ນ.





ຮູບ ແລະ ຂ່າວ: ທ່ານ ພຸດດາວອນ ພາສຸວັນ

