ສໍາມະນາວິຊາການ ດ້ານການປ້ອງກັນໄພຄຸກຄາມທາງໄຊເບີ ແລະ ຄວາມປອດໄພຂອງແບຣນ

13/03/2026

ສໍາມະນາວິຊາການ ດ້ານການປ້ອງກັນໄພຄຸກຄາມທາງໄຊເບີ ແລະ ຄວາມປອດໄພຂອງແບຣນ

ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ຈີເອັມໂອ ແຊັດດ໋ອດຄອມລາວ ຈໍາກັດ ໄດ້ຈັດກອງປະຊຸມສຳມະນາວິຊາການ ໃນຫົວຂໍ້: ການປ້ອງກັນໄພຄຸກຄາມທາງໄຊເບີ ແລະ ຄວາມປອດໄພຂອງແບຣນ ຂຶ້ນໃນວັນທີ 11 ມີນາ 2026, ທີ່ໂຮງແຮມຮໍລີເດ ອີນ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານກ່າວເປີດຂອງ ທ່ານ ຄຳຫຼ້າ ສູນນະລັດ, ຫົວໜ້າກົມຄວາມປອດໄພທາງໄຊເບີ, ມີປະທານ ບໍລິສັດ GMO INTERNET ສໍານັກງານໃຫຍ່ປະຈໍາ ຍີ່ປຸ່ນ, ມີປະທານ ບໍລິສັດ GMO-Z.COM ລາວ ຈໍາກັດ ພ້ອມດ້ວຍ ນັກວິທະຍາກອນ ແລະ ນັກສຳມະນາກອນຈາກບັນດາກົມ/ທຽບເທົ່າ, ບໍລິສັດ, ລັດວິສາຫະກິດ ຈຳນວນ 60 ກວ່າທ່ານເຂົ້າຮ່ວມ.

ການຈັດສໍາມະນາຄັ້ງນີ້ ເປັນວຽກໜຶ່ງທີ່ສໍາຄັນ ແລະ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຈະແກ້ໄຂບັນຫາໄພຄຸກຄາມດ້ານຄວາມປອດໄພທາງໄຊເບີຮ່ວມກັນ ລວມເຖິງການປ້ອງກັນໄພຄຸກຄາມຕ່າງໆຈາກການໂຈມຕີທາງໄຊເບີ, ໂດຍສະເພາະຄວາມປອດໄພຂອງລະບົບເຄືອຂ່າຍໃນອົງກອນໃຫ້ມີຄວາມປອດໄພ, ເນື່ອງຈາກປັດຈຸບັນ ໄພຄຸກຄາມທາງໄຊເບີໄດ້ກາຍເປັນສິ່ງທ້າທາຍທົ່ວໂລກ, ຊຶ່ງກໍ່ໃຫ້ເກີດການສູນເສຍທາງດ້ານການເງິນທີ່ຮ້າຍແຮງ ແລະ ກີດຂວາງການບໍລິການທີ່ສໍາຄັນຕ່າງໆຂອງຊາດ, ໄພຄຸກຄາມ​ດັ່ງກ່າວ​ບໍ່​ພຽງ​ແຕ່​ແນ​ໃສ່​ບັນດາ​ສະ​ຖາ​ບັນ​ຂອງ​ລັດຖະບານ​ເທົ່າ​ນັ້ນ, ​ແຕ່​ຍັງແນ່ໃສ່​ບັນດາບໍລິສັດ, ​ວິ​ສາ​ຫະກິດ ແລະ ທະນາຄານ ອີກດ້ວຍ. ການສໍາມະນາດັ່ງກ່າວ ບໍ່ພຽງແຕ່ເປັນການສ້າງຄວາມຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຄື ກົມຄວາມປອດໄພໄຊເບີ, ບັນດາບໍລິສັດ, ບັນດາວິສາຫະກິດ, ບັນດາທະນາຄານ ແລະ ຂະແໜງການທີ່ເຮັດວຽກຕິດພັນ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການສ້າງທັກສະຄວາມຮູ້ຄວາມສາມາດວິຊາການດ້ານໄຊເບີໃຫ້ກັບບຸກຄະລາກອນຂອງປະເທດລາວ ໃຫ້ພັດທະນາຂຶ້ນໄປເລື້ອຍໆ.

ຂ່າວ ແລະ ຮູບ: ທ່ານ ພຸດດາວອນ ພາສຸວັນ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ