ຍ່າງເພື່ອສຸຂະພາບ ສະເຫຼີມສະຫລອງວັນສ້າງຕັ້ງໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດຄົບຮອບ 61 ປີ

13/03/2026

ຍ່າງເພື່ອສຸຂະພາບ ສະເຫຼີມສະຫລອງວັນສ້າງຕັ້ງໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດຄົບຮອບ 61 ປີ

ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ, ໃນຕອນເຊົ້າຂອງວັນທີ 13 ​ມີນາ 2026, ຢູ່ທີ່ສວນນໍ້າພຸ, ນະຄອນຫຼວງພະບາງ, ແຂວງຫຼວງບາງ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງພະບາງ ຮ່ວມກັບ ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ໄດ້ສ້າງຂະບວນການຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດຄົບຮອບ 61 ປີ (13 ມີນາ 1965-13 ມີນາ 2026). ໂດຍການເຂົ້າຮ່ວມຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົມຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ),  ທ່ານ ແສງເພັດ ແກ້ວພົມມາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງຫຼວງພະບາງ, ມີບັນດາຄະນະກົມເຕັກໂນໂລຊີດິຈິຕອນ, ບັນດາພະແນກການອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມໃນກິດຈະກໍາຄັ້ງນີ້.

ຂະບວນການສະເຫຼີມສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດປີນີ້, ແມ່ນໄດ້ຈັດຂຶ້ນພາຍໃຕ້ຄໍາຂວັນ “ຍົກສູງການສ້າງໂຄງລ່າງພື້ນຖານ ໄປສະນີ ແລະ ໂທລະຄົມມະນາຄົມໃຫ້ກາຍເປັນພື້ນຖານໂຄງລ່າງດິຈິຕອນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ” ພ້ອມທັງເຜີຍແຜ່ ແລະ ໂຄສະນາປູກຈິດສໍານຶກໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ບັນດາຫົວໜ່ວຍທຸລະກິດ, ຜູ້ຊົມໃຊ້ ແລະ ຜູ້ບໍລິການດ້ານໄປສະນີ, ໂທລະຄົມມະນາຄົມ, ອິນເຕີເນັດ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃນແຂວງຫຼວງພະບາງໃຫ້ຮັບຮູ້ ແລະ ເຫັນໄດ້ຄວາມໝາຍ, ຄວາມສໍາຄັນ ແລະ  ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານໄປສະນີ, ໂທລະຄົມມະນາຄົມໃນໄລຍະທີ່ຜ່ານມາ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ