ກອງປະຊຸມສຳມະນາ ແລກປ່ຽນບົດຮຽນ ກ່ຽວກັບ ການເປັນຜູ້ນໍາຍິງໃນຍຸກດິຈິຕອນ

13/03/2026

ກອງປະຊຸມສຳມະນາ ແລກປ່ຽນບົດຮຽນ ກ່ຽວກັບ ການເປັນຜູ້ນໍາຍິງໃນຍຸກດິຈິຕອນ

        ໃນຕອນເຊົ້າ ຂອງວັນທີ 13 ມີນາ 2026, ສູນບໍລິຫານລັັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ ((Women Leadership in Digital Era, UNDP) ໄດ້ຈັດກອງປະຊຸມສຳມະນາ ແລກປ່ຽນບົດຮຽນ ກ່ຽວກັບການເປັນຜູ້ນຳຍິງໃນຍຸກດິຈິຕອນ, ທີ່ຫ້ອງການສໍານັກງານອົງການສະຫະປະຊາຊາດ. ໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ແລະ ທ່ານ ນາງ Martine Therer, ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ, ມີຄະນະກົມ/ທຽບເທົ່າ, ຄະນະພະແນກ ແລະ ເອື້ອຍນ້ອງວິຊາການເພດຍິງ ພາຍໃນ ກຕສ, ຊ່ຽວຊານ ຈາກອົງການ UNDP ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມທັງໝົດ ຈຳນວນ 50 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອສົ່ງເສີມເອື້ອຍນ້ອງຍິງພາກລັດ ກ່ຽວກັບການຍົກສູງຄວາມຮູ້, ຄວາມສາມາດຂອງພະນັກງານເພດຍິງ ຂອງພາກລັດ ພາຍໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄວາມພົ້ນເດັ່ນໃນເວທີຂອງຜູ້ນຳເພດຍິງ. ໜ້າທີ່ຫຼັກຂອງແມ່ຍິງ ກຕສ ກໍແມ່ນວຽກງານການຫັນເປັນດິຈິຕອນ (Digital Transformation) ເຊິ່ງຖືໄດ້ວ່າເປັນວຽກບູລິມະສິດ ໃນການພັດທະນາ ເສດຖະກິດ–ສັງຄົມ ແລະ ການບໍລິຫານຂອງພາກລັດໃຫ້ເປັນທັນສະໄໝ. ພ້ອມນັ້ນ, ເອື້ອຍນ້ອງຍິງ ໃນຂົງເຂດຫັນເປັນດິຈິຕອນຍັງໄດ້ມີສ່ວນຮ່ວມ ແລະ ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເຊັ່ນ: ການນຳໃຊ້ເຕັກໂນໂລຊີຂໍ້ມູນ–ສື່ສານ (ICT) ໃນວຽກງານຂອງພາກລັດ, ການເຮັດການຄ້າອອນລາຍ, ການໃຊ້ບໍລິການດິຈິຕອນ ທາງການເງິນ ແລະ ການບໍລິຫານທຸລະກິດຂະໜາດນ້ອຍ-ຂະໜາດກາງ, ຖືໄດ້ວ່າໃນຍຸກດິຈິຕອນໄດ້ເປີດໂອກາດໃຫ້ແມ່ຍິງ ໄດ້ສະແດງສາມາດໃນການຫາລາຍໄດ້ ເພື່ອເສີມສ້າງເສດຖະກິດ-ສັງຄົມໄດ້ຫຼາຍຂຶ້ນ ຍ້ອນຫົວຄິດປະດິດສ້າງ ແລະ ການຮູ້ນຳໃຊ້ບັນດາເຕັກໂນໂລຊີທີ່ທັນສະໄໝ ເພື່ອເປັນເຄື່ອງມືໃນການເຂົ້າເຖິງຕະຫຼາດ, ແຫຼ່ງຄວາມຮູ້ ແລະ ແຫຼ່ງທຶນໄດ້ກວ້າງຂວາງຂຶ້ນ.

ກອງປະຊຸມຄັ້ງນີ້, ຈະເປັນບາດກ້າວໜຶ່ງໃນການຍົກບົດບາດ ແລະ ເປີດເວທີໃຫ້ເຫັນພາລະບົດບາດຂອງ ພະນັກງານເພດຍິງທີ່ເປັນຜູ້ນຳໃນຍຸກດິຈິຕອນ, ໄດ້ມາແລກປ່ຽນບົດຮຽນຄວາມເປັນຜູ້ນຳຂອງແມ່ຍິງ ເພື່ອເພີ່ມໂອກາດໃຫ້ແມ່ຍິງ ແລະ ເຍົາວະຊົນ, ຊາວໜຸ່ມ ເຂົ້າເຖິງທັກສະດ້ານດິຈິຕອນ ແລະ ລະບົບການສຶກສາທາງອອນລາຍ ເພື່ອຫຼຸດຜ່ອນຄວາມແຕກໂຕນ ແລະ ຊ່ອງວ່າງຂອງການນຳໃຊ້ດິຈິຕອນ ລະຫວ່າງ ຍິງ-ຊາຍ ໃນສັງຄົມລາວ. ຊຶ່ງ ກຕສ ແລະ ອົງການ UNDP ໄດ້ເລັ່ງເຫັນຄວາມສໍາຄັນຂອງວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ. ດັ່ງນັ້ນ, ຈຶ່ງໄດ້ຈັດຝຶກອົບຮົມໃຫ້ແກ່ເອື້ອຍນ້ອງແມ່ຍິງຂຶ້ນ ເພື່ອສ້າງຄວາມເຂັ້ມແຂງ, ຊຸກຍູ້ສົ່ງເສີມ ຍົກລະດັບຄວາມຮູ້ຄວາມສາມາດ ແລະ ເພີ່ມຂີດຄວາມສາມາດ ໃຫ້ເອື້ອຍນ້ອງແມ່ຍີງ ໃນພາວະການເປັນຜູ້ນຳໃນຍຸກຫັນເປັນດິຈິຕອນ ແລະ ເພື່ອສະເຫຼີມສະຫຼອງວັນແມ່ຍີງສາກົນ ເຊິ່ງມີຫຼາຍຫົວຂໍ້ທີ່ໜ້າສົນໃຈ ເຊັ່ນ: ກິດຈະກໍາ Global Women Leadership Academy, ພາວະຄວາມເປັນຜູ້ນໍາ ໃນຍຸກແຫ່ງການປ່ຽນແປງໃຫມ່ Transformation Leadership, ຄວາມເຂົ້າໃຈຂອງກຸ່ມຄົນ ແຕ່ລະຍຸກສະໄຫມ ແລະ ການປ່ຽນແປງຂອງໂລກ VUCA ແລະ ໄດ້ຮັບຟັງການເລົົ່າເລື່ອງລາວ ຈາກປະສົບການຕົວຈິງ (Story Telling Women Leader). ພ້ອມນີ້, ຍັງໄດ້ເປີດເວທີໃຫ້ເອື້ອຍນ້ອງຍິງ ໄດ້ແລກປ່ຽນຄຳຄິດຄຳເຫັນຫຼາຍຢ່າງ ທີ່ເປັນຄວາມຮູ້ໃໝ່ໆໃຫ້ເອື້ອຍນ້ອງຍິງໄດ້ນຳໄປປັບໃຊ້ເຂົ້າກັບຊີວິດການເປັນຢູ່ ແລະ ປະກອບສ່ວນເຂົ້າໃນວຽກງານທີ່ຕົນຮັບຜິດຊອບ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ