13/03/2026
ໃນຕອນເຊົ້າ ວັນທີ 13 ມີນາ 2026, ທີ່ຫ້ອງປະຊຸມຊັ້ນ 2 ສູນອິນເຕີເນັດແຫ່ງຊາດ, ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມ ຄົ້ນຄ້ວາປະກອບຄຳເຫັນໃສ່ (ຮ່າງ) ດຳລັດວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ເຕັກໂນໂລຊີ. ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກຕສ, ມີຜູ້ເຂົ້າຮ່ວມຈາກຫ້ອງການ, ກົມ, ສູນ, ສະຖາບັນ ແລະ ທຽບເທົ່າ ພາຍໃນ ກຕສ ແລະ ຄະນະຮັບຜີດຊອບພາຍໃນກົມເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້້າຮ່ວມ ຈຳນວນ 35 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຜ່ານ (ຮ່າງ) ດຳລັດດ້ວຍການຄຸ້ມຄອງ ແລະ ນຳໃຊ້ເຕັກໂນໂລຊີ ແລະ ຮັບຟັງການປະກອບຄວາມຄິດເຫັນ ບັນດາທ່ານຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສູນ, ສະຖາບັນ ແລະ ທຽບເທົ່າ ພາຍໃນ ກຕສ ເພື່ອເຮັດໃຫ້ຮ່າງດຳລັດສະບັບດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນກ່ອນທີ່ຈະນຳສະເໜີເປີດກ້ວາງຮ່ວມກັບດາກະຊວງອ້ອມຂ້າງ ແລະ ພາກສ່ວນທຸລະກິດ.

ກອງປະຊຸມ ໄດ້ຮັບຟັງການນໍາສະເໜີຮ່າງດໍາລັດວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ເຕັກໂນໂລຊີ ໂດຍ ທ່ານ ວິໄລສອນ ບຸບຜາລັດ, ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກໍາ. ພ້ອມນັ້ນ, ກໍໄດ້ຮັບຟັງການປະກອບຄຳເຫັນທາງດ້ານຫຼັກການ ແລະ ເນື້ອໃນ ຂອງຜູ້ເຂົ້າຮ່ວມຢ່າງກົງໄປກົງມາ ຕໍ່ກັບເນື້ອໃນຂອງຮ່າງດຳລັດສະບັບດັ່ງກ່າວ.

ຕອນທ້າຍ ປະທານກອງປະຊຸມໄດ້ມີຄຳເຫັນ ແລະ ທິດຊີ້ນຳ. ໂດຍທ່ານຍົກໃຫ້ເຫັນຄວາມໝາຍສຳຄັນຂອງດຳລັດ. ພ້ອມທັງ ສະເໜີໃຫ້ຄະນະຮັບຜິດຊອບເອົາໃຈໃສ່ສືບຕໍ່ຄົ້ນຄ້ວາປັບປຸງເນື້ອໃນຕາມຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ ເພື່ອໃຫ້ມີເນື້ອໃນ ຄົບຖ້ວນ, ສົມບູນ ແລະ ສາມາດນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງໄດ້.
ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄີ່ງວັນ ຊື່ງໄດ້ຮັບຜົນສຳເລັດຕາມຄາດໝາຍ ແລະ ປິດລົງໃນເວລາ 12: 00 ໂມງ ໃນວັນດຽວກັນ

