ການາດາ ສະເໜີຂະຫຍາຍການຮ່ວມມືດ້ານ ດິຈິຕອນ ໃນອາຊຽນລວມທັງ ສປປ ລາວ

13/03/2026

ການາດາ ສະເໜີຂະຫຍາຍການຮ່ວມມືດ້ານ ດິຈິຕອນ ໃນອາຊຽນລວມທັງ ສປປ ລາວ

ໃນວັນທີ 11 ມີນາ 2026, ທີ່ ກະຊວງເຕັກໂນໂລຊີ ແບະ ການສື່ສານ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ອຳບຣາ
ດິກກີ້ (Madam Ambra Dickie), ເອກອັກຄະຣາຊະທູດ ການາດາ ປະຈໍາ ອາຊຽນ ພ້ອມດ້ວຍ ທ່ານ ເອກອັກຄະຣາຊະທູດ ການາດາ ປະຈໍາ ສປປ ລາວ ແລະ ຄະນະຕິດຕາມ.

ພາຍຫຼັງໄດ້ຖືກຮັບຮອງເປັນຄູ່ເຈລະຈາ (dialogue partner) ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ດ້ານດິຈິຕອນ ຂອງອາຊຽນ ໃນຕົ້ນປີ 2026, ການາດາ ກໍໄດ້ກະກຽມແຜນງານຮ່ວມມືດ້ານດິຈິຕອນ ການາດາ-ອາຊຽນ (asean-canada digital work plan) ຊຶ່ງໄດ້ສະເໜີຂະຫຍາຍການຮ່ວມມື ໃນດ້ານຄວາມປອດໄພໄຊເບີ, ປັນຍາປະດິດ ແລະ ການຮ່ວມມືຂອງພາກທຸລະກິດ, ພ້ອມທັງສະເໜີໃຫ້ ສປປ ລາວ ຍື່ນສະເໜີໂຄງການເພື່ອຂໍທຶນ ຈາກ ກອງທືນ asean-canada digital trust fund ທີ່ລັດຖະບານ ການາດາ ໄດ້ຈັດສັນງົບປະມານ ໃນກອງທຶນດັ່ງກ່າວ ກວ່າ ສອງລ້ານ ໂດລາ. ນອກຈາກນັ້ນ ຍັງໄດ້ສະເໜີຂະຫຍາຍການຮ່ວມ ດ້ານດິຈິຕອນ ການາດາ-ລາວ ໃນຮູບແບບສອງຝ່າຍ.

ໂອກາດດຽວກັນ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ທີ່ການາດາ ໄດ້ກາຍເປັນຄູ່ຮ່ວມມືດ້ານດິຈິຕອນອາຊຽນ ແລະ ຮັບຮູ້ວ່າ ການາດາ ມີຄວາມສາມາດສູງ ທັງໃນດ້ານເຕັກນິກວິຊາການ, ງົບປະມານ ແລະ ຜູ້ປະກອບ ທີ່ຈະຊ່ວຍອາຊຽນ ໃນການພັດທະນາດິຈິຕອນ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນແມ່ບົດດິຈິຕອນອາຊຽນ 2030 (asean digital master plan 2030).  ພ້ອມນັ້ນ ກໍຍົກໃຫ້ເຫັນຄວາມສໍາຄັນຂອງວຽກງານຄວາມປອດໄພ ໄຊເບີ ໂດຍສະເພາະການເສີມຂະຫຍາຍຄວາມສາມາດຂອງອົງກອນ ໃນການຕໍ່ສູ້ກັບບັນຫາອາດສະຍາກໍາທາງໄຊເບີ ໂດຍສະເພາະ ກັບພວກກຸ່ມຕົວະຍົວະຫຼອກລວງ. ນອກຈາກນັ້ນ, ສປປ ລາວ ມີຄວາມຈໍາເປັນທີ່ຈະຕ້ອງໄດ້ຍາດເອົາກາລະໂອກາດ ແລະ ຄວາມກ້າວໜ້າຂອງປັນຍາປະດິດ ມາເສີມຂະຫຍາຍການພັດທະນາປະເທດ ຕາມທີດ ຫັນເປັນດິຈິຕອນ ໃນສາມເສົາຄໍ້າ. ພ້ອມນັ້ນ ກໍຍື່ນສະເໜີການສະໜັບບສະໜູນການມາລົງທຶນ ໃນດ້ານດິຈິຕອນຂອງພາກເອກກະຊົນ ການາດາ ໃນ ສປປ ລາວ.

:

ສອງຝ່າຍ ຍັງໄດ້ສະເໜີໃຫ້ຄະນະວິຊາການ ສືບຕໍ່ປືກສາຫາລື ເພື່ອສ້າງກອບການຮ່ວມມືທີ່ເປັນຮູບປະທໍາ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ