ເຜີຍແຜ່ນິຕິກໍາ ດ້ານວຽກງານເຕັກໂນໂລຊີດິຈິຕອນ ແລະ ແນະນໍາການນໍາໃຊ້ລະບົບ ອອກອະນຸຍາດອອນລາຍ ຂອງວຽກງານເຕັກໂນໂລຊີດິຈິຕອນ

13/03/2026

ເຜີຍແຜ່ນິຕິກໍາ ດ້ານວຽກງານເຕັກໂນໂລຊີດິຈິຕອນ ແລະ ແນະນໍາການນໍາໃຊ້ລະບົບ ອອກອະນຸຍາດອອນລາຍ ຂອງວຽກງານເຕັກໂນໂລຊີດິຈິຕອນ

ວັນທີ 13 ມີນາ 2026, ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງຫຼວງພະບາງ, ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສໍາມະນາ ແລະ ເຜີຍແຜ່ນິຕິກໍາ ດ້ານວຽກງານເຕັກໂນໂລຊີດິຈິຕອນ ແລະ ແນະນໍາການນໍາໃຊ້ລະບົບ ອອກອະນຸຍາດອອນລາຍ ຂອງວຽກງານເຕັກໂນໂລຊີດິຈິຕອນ. ໂດຍເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ, ມີຄະນະພະແນກເຕັກໂນໂລຊີ ແລະ ການສື່ສານ, ຄະນະກົມເຕັກໂນໂລຊີດິຈິຕອນ, ພ້ອມດ້ວຍ ຜູ້ຕາງໜ້າພະແນກການ-ກົມກອງ ແລະຫົວໜ່ວຍທຸລະກິດ ພາຍໃນແຂວງ 100 ກວ່າທ່ານເຂົ້າຮ່ວມ.

ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ກ່າວວ່າ: ໃນປັດຈຸບັນ, ໂລກພວມກ້າວເຂົ້າສູ່ຍຸກອຸດສາຫະກຳ 4.0 ຢ່າງເຕັມຕົວ, ເຊີ່ງເຕັກໂນໂລຊີດິຈິຕອນ ບໍ່ແມ່ນພຽງແຕ່ເປັນທາງເລືອກ ຫຼື ເຄື່ອງມືສື່ສານທົ່ວໄປ, ແຕ່ມັນໄດ້ກາຍເປັນໝາກຫົວໃຈຫຼັກ ແລະເປັນກົນໄກສໍາຄັນໃນການຂັບເຄື່ອນເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະຍືນຍົງ. ດ້ວຍເຫດນັ້ນ, ລັດຖະບານ ຈຶ່ງໄດ້ກໍານົດເອົາການຫັນເປັນດີຈິຕອນ ເປັນຍຸດທະສາດບູລິມະສິດທີ່ສໍາຄັນ ເພື່ອສ້າງບາດກ້າວບຸກທະລຸ ໃນການບໍລິຫານລັດ ແລະ ການພັດທະນາປະເທດຊາດ, ໂດຍມີເປົ້າໝາຍສູງສຸດ ແມ່ນການເພີ່ມທະວີ ປະສິດທິພາບໃນການບໍລິຫານລັດໃຫ້ມີຄວາມວ່ອງໄວ, ສ້າງຄວາມໂປ່ງໃສໃນການບໍລິການ ປະຊາຊົນ ແລະ ພາກທຸລະກິດ, ພ້ອມທັງຫຼຸດຜ່ອນຂັ້ນຕອນທີ່ຊັກຊ້າ ແລະ ຕົ້ນທຶນທີ່ບໍ່ຈຳເປັນ. ເຊີ່ງກອງປະຊຸມຄັ້ງນີ້ ກໍເພື່ອແນໃສ່ການຫັນປ່ຽນການບໍລິການພາກລັດ ຈາກຮູບແບບແບບດັ້ງເດີມທີ່ ນໍາໃຊ້ເຈ້ຍ (Paper-based) ໄປສູ່ຮູບແບບບໍລິການດິຈິຕອນ (Digital Services) ຢ່າງເຕັມຮູບແບບ. ໂດຍລົງເລິກສຶກສາ ແລະ ເຜີຍແຜ່ນິຕິກຳທີ່ມີຄວາມສໍາຄັນ 2 ສະບັບ ຄື: ຂໍ້ຕົກລົງວ່າດ້ວຍການດໍາເນີນທຸລະກິດດ້ານເຕັກໂນໂລຊີດິຈິຕອນ. ເຊິ່ງຈະເປັນຄູ່ມື ແລະບ່ອນອີງທາງດ້ານກົດໝາຍທີ່ສໍາຄັນ ໃຫ້ແກ່ບັນດາຜູ້ປະກອບການ ແລະ ຂໍ້ຕົກລົງວ່າດ້ວຍຖານລະບົບດິຈິຕອນ (Digital Platform) ເຊີ່ງມີຄວາມສໍາຄັນຢ່າງຍິ່ງໃນການຄຸ້ມຄອງ ແລະ ສົ່ງເສີມການນໍາໃຊ້ຖານລະບົບດິຈິຕອນໃນລາວ ໃຫ້ມີຄວາມປອດໄພ, ມີມາດຕະຖານ ແລະສາມາດເຊື່ອມໂຍງຂໍ້ມູນກັນໄດ້, ຊ່ວຍປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ ແລະ ຮັບປະກັນວ່າບັນດາ ແພັດຟອມ (Platform) ດໍາເນີນ ໄປພາຍໃຕ້ຂອບເຂດກົດໝາຍ ແລະຄວາມປອດໄພທາງໄຊເບີ. ການກຳແໜ້ນນິຕິກຳເຫຼົ່ານີ້ ຈະຊ່ວຍໃຫ້ພາກລັດສາມາດຄຸ້ມຄອງໄດ້ຢ່າງມີປະສິດທິພາບ ແລະ ຊ່ວຍໃຫ້ພາກທຸລະກິດສາມາດເຄື່ອນໄຫວໄດ້ຢ່າງຖືກຕ້ອງ, ຫຼີກລ້ຽງຄວາມສ່ຽງທາງດ້ານກົດໝາຍ, ຄຽງຄູ່ກັບການຮຽນຮູ້ນິຕິກຳ ຈະໄດ້ມີການແນະນໍາການນໍາໃຊ້ລະບົບອອກ ອະນຸຍາດອອນລາຍ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຊື່ງເປັນໝາກຫົວໃຈໜຶ່ງຂອງການປະຕິຮູບການບໍລິການຂອງພາກລັດ.

ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການນຳສະເໜີ ບັນດານິຕິກຳ, ພ້ອມທັງມີການແນະນໍາ ແລະ ສາທິດການນຳໃຊ້ລະບົບຄຸ້ມຄອງການອອກອະນຸຍາດ ດ້ານເຕັກໂນໂລຊີດິຈິຕອນ (DBL) ຕື່ມອີກ.

ໂອກາດດັ່ງກ່າວ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມອບຄອມພີວເຕີຈຳນວນ 1 ຊຸດ, ມູນຄ່າ 34,000,000 ກີບ (ສາມສີບສີ່ລ້ານກີບ) ໃຫ້ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຫຼວງພະບາງ ເພື່ອນຳໃຊ້ເຂົ້າໃນວຽກງານພາຍໃນພະແນກ. ໂດຍການຮັບຂອງ ທ່ານ ແສງເພັດ ແກ້ວພົມມາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ