17/03/2026
ໃນຕອນເຊົ້າຂອງວັນທີ 17 ມີນາ 2026, ທີ່ໂຮງແຮມອະມາຣີ (Amari), ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດ ກອງປະຊຸມສຳມະນາ ລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange - GDX) ເພື່ອເຊື່ອມຕໍ່ບັນດາຖານຂໍ້ມູນພາກລັດເຂົ້າດ້ວຍກັນ. ໃຫ້ກຽດເປັນປະທານ ແລະ ເຂົ້າຮ່ວມໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກຕສ, ມີຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ຂັ້ນສູນກາງ, ຊ່ຽວຊານທາງດ້ານເຕັກໂນໂລຊີ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.


ການຈັດກອງປະຊຸມໃນຄັ້ງນີ້, ກໍເພື່ອປະຕິບັດຕາມທິດທາງແຜນການພັດທະນາເສດຖະກິດດິຈິຕອນ ແລະ ແຜນ ຍຸດທະສາດລວມຂອງລັດຖະບານ ທີ່ແນໃສ່ຍົກລະດັບການບໍລິຫານລັດໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ທັນສະໄໝ. ລະບົບ GDX ຈະເຂົ້າມາມີບົດບາດເປັນ ສູນກາງໃນການເຊື່ອມໂຍງຂໍ້ມູນພາກລັດ ທີ່ເຮັດໜ້າທີ່ເຊື່ອມໂຍງຖານຂໍ້ມູນຂອງແຕ່ລະກະຊວງ ທີ່ເຄີຍເຮັດວຽກແບບແຍກສ່ວນ ໃຫ້ສາມາດແລກປ່ຽນ ແລະ ສື່ສານຫາກັນໄດ້ບົນມາດຕະຖານດຽວກັນ.
:
ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ, ລະບົບ GDX ຈະກາຍເປັນຂົວຕໍ່ທີ່ສຳຄັນ ທີ່ຈະເຮັດໜ້າທີ່ເປັນ ສູນກາງການເຊື່ອມຕໍ່ (Integrator) ທີ່ໄດ້ມາດຕະຖານ ແລະ ມີຄວາມປອດໄພສູງ ເພື່ອເຊື່ອມໂຍງຖານຂໍ້ມູນຂອງທຸກກະຊວງເຂົ້າຫາກັນແບບທັນທີ. ແນ່ໃສ່ ໃນການພັດທະນາລະບົບ ການບໍລິການແບບປະຕູດຽວ (One-Stop Service) ຊຶ່ງປະຊາຊົນຈະບໍ່ຈຳເປັນຕ້ອງຖືເອກະສານຊ້ຳຊ້ອນໄປມາລະຫວ່າງຂະແໜງການ, ແຕ່ຍັງສາມາດເຮັດທຸກຢ່າງຜ່ານລະບົບອອນລາຍໄດ້ທຸກທີ່, ທຸກເວລາ ແລະ ສຳຄັນທີ່ສຸດ ຄື: ສ້າງຄວາມໂປ່ງໃສ ແລະ ວ່ອງໄວ, ຫຼຸດຜ່ອນຂັ້ນຕອນທີ່ຊ້ຳຊ້ອນ, ປະຢັດງົບປະມານ ແລະ ເຮັດໃຫ້ການວາງແຜນນະໂຍບາຍຂອງລັດຖະບານມີຄວາມຊັດເຈນບົນພື້ນຖານຂໍ້ມູນທີ່ຖືກຕ້ອງ. ພ້ອມນີ້, ທ່ານໄດ້ຮຽກຮ້ອງໃຫ້ທຸກກະຊວງ-ອົງການ ກຽມຄວາມພ້ອມທາງດ້ານຖານຂໍ້ມູນພາຍໃນຂອງຕົນ ໃຫ້ໄດ້ມາດຕະຖານ ເພື່ອກຽມພ້ອມເຊື່ອມຕໍ່ເຂົ້າສູ່ລະບົບ GDX ໃນອະນາຄົດອັນໃກ້ນີ້, ຮ່ວມກັນສ້າງປະຫວັດສາດໜ້າໃໝ່ ໃຫ້ແກ່ການບໍລິຫານລັດດິຈິຕອນ ຂອງ ສປປ ລາວ.


ໃນກອງປະຊຸມ, ໄດ້ມີຕາງໜ້າ ຂອງບໍລິສັດ VNPT ສສ ຫວຽດນາມ ໄດ້ຂຶ້ນນຳສະເໜີ ບົດຮຽນການພັດທະນາ ແລະ ຄວາມສຳເລັດຂອງ ການນຳໃຊ້ ລະບົບ GDX ພ້ອມທັງແນະນຳບົດຮຽນໃຫ້ແກ່ ສປປ ລາວ ແລະ ຕາງໜ້າຂອງ ສູນບໍລິຫານລັດດິຈິຕອນ ກໍໄດ້ນຳສະເໜີ ແຜນການພັດທະນາລະບົບ GDX ຂອງ ສປປ ລາວ. ພ້ອມນັ້ນ, ບັນຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ. ຊຶ່ງບັນດາຂໍ້ສະເໜີແນະທີ່ໄດ້ຈາກກອງປະຊຸມຄັ້ງນີ້ ລ້ວນແລ້ວແຕ່ເປັນຂໍ້ມູນສຳຄັນ ເພື່ອໃຫ້ຄະນະຮັບຜິດຊອບນຳໄປສ້າງເປັນແຜນດຳເນີນງານ ທີ່ມີຄວາມຖືກຕ້ອງ ແລະ ຊັດເຈນ.
:
ກອງປະຊຸມສຳມະນາດັ່ງກ່າວ ໄດ້ດຳເນີນໄປຈົນເຖິງເວລາ 12:00 ໂມງ ຈຶ່ງໄດ້ອັດລົງດ້ວຍໝາກຜົນອັນຈົບງາມ.



ຂ່າວໂດຍ: ສູນບໍລິຫານລັດດິຈິຕອນ

