17/03/2026
ໃນຕອນເຊົ້າຂອງວັນທີ 12 ມີນາ 2026 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 01, ສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ຈັດກອງປະຊຸມປຶກສາຫາລື ແຜນການຫັນວຽກງານການສຶກສາເປັນທັນສະໄໝແບບດິຈິຕອນ ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ມະຫາວິທະຍາໄລແຫ່ງຊາດ. ໃຫ້ກຽດເປັນປະທານຮ່ວມກອງປະຊຸມໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຮສ. ປອ ອຸ່ນຫລ້າ ສີວັນເພັງ ຮອງຜູ້ອຳນວຍການໃຫ່ຍ ມະຫາວິທະຍາໄລແຫ່ງຊາດ ມີຜູ້ຕາງໜ້າຈາກບັນດາ ບັນດາກົມ/ທຽບເທົ່າ, ພາກວິຊາ, ແລະ ພະນັກງານທີ່ກ່ຽວຂ້ອງ ຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງລວມຈຳນວນ 15 ທ່ານ.

ໃນກອງປະຊຸມ, ທ່ານ ຮອງ ລມຕ ແກ້ວວີສຸກ ໂສລະພົມ ໄດ້ກ່າວຈຸດປະສົງຂອງກອງປະຊຸມ ຊຶ່ງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງກັນຫັນເປັນດິຈິຕອນຂອງ ສປປ ລາວ ທີ່ໄດ້ມີຄະນະກຳມະການລະດັບຊາດເພື່ອການຫັນເປັນດິຈິຕອນຂອງ ສປປ ລາວ ທີ່ມີທ່ານ ນາຍົກລັດຖະມົນຕີ ເປັນປະທານ, ແລະ ລົງເລິກ 3 ເສົາຄ້ຳຫັນເປັນດິຈິຕອນ ຄື 1) ລັດຖະບານດິຈິຕອນ; 2) ເສດຖະກິດດິຈິຕອນ; 3) ສັງຄົມດິຈິຕອນ. ທ່ານຍັງໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງວຽກງານການສຶກສາ ໃນການພັດທະນາບຸກຄະລາກອນ ເພື່ອສ້າງຄວາມພ້ອມໃນການຫັນເປັນດິຈິຕອນ ຕາມເປົ້າໝາຍ ຝຶກບຸກຄະລາກອນພາກລັດ ໃນວຽກງານຫັນເປັນດິຈິຕອນ ໃຫ້ໄດ້ 70% ໃນປີ 2027.
:
ໃນໂອກາດນີ້, ທ່ານ ຮສ. ປອ ອຸ່ນຫລ້າ ສີວັນເພັງ ຮອງຜູ້ອຳນວຍການໃຫ່ຍ ມະຫາວິທະຍາໄລແຫ່ງຊາດ ໃນນາມຕາງໜ້າຄະນະນຳຂອງມະຫາວິທະຍາໄລແຫ່ງຊາດ ໄດ້ລາຍງານສະພາບການນໍາໃຊ້ ແລະ ການພັດທະນາໄອຊີທີ ເຂົ້າໃນວຽກງານຂອງມະຫາວິທະຍາໄລແຫ່ງຊາດ ແລະ ຍົກໃຫ້ເຫັນຄວາມສຳຄັນ ແລະ ສະພາບແວດລ້ອມຂອງການຫັນເປັນທັນສະໄໝ ຂອງມະຫາວິທະຍາໄລແຫ່ງຊາດໃນໄລຍະຜ່ານມາ. ພ້ອມທັງສະເໜີຄວາມຕ້ອງການອັນຮິບດ່ວນໃນການຫັນເປັນທັນສະໄໝ ໂດຍສະເພາະແມ່ນການນຳໃຊ້ບັນດາລະບົບບໍລິຫານລັດດິຈິຕອນ ເຊັ່ນ: ລະບົບຫ້ອງການທັນສະໄໝ (e-Office), ລະບົບເຄືອຂ່າຍ, ລະບົບ e-library ແລະ ບັນດາລະບົບໂຄງລ່າງພື້ນຖານ, ຄວາມປອດໄພ ແລະ ອື່ນໆ ເພື່ອເເນໃສ່ການຫັນເປັນທັນສະໄໝຂອງ ມະຫາວິທະຍາໄລແຫ່ງຊາດ.
:
ພ້ອມນີ້, ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າ ສູນບໍລິຫານລັດດິຈິຕອນ, ໄດ້ລາຍງານ ສະພາບການທີ່ພົ້ນເດັ່ນໃນການພັດທະນາວຽກງານ ເພື່ອຫັນເປັນດິຈິຕອນ ຂອງ ສປປ ລາວ. ຊຶ່ງໃນນັ້ນ ວຽກງານການບໍລິຫານ ແລະ ການບໍລິລັດຈິຕອນ ມີທ່າກ້າວການພັດທະນາ ຢ່າງວ່ອງໄວ ເປັນຕົ້ນແມ່ນ ບັນດາລະບົບທີ່ເປັນພື້ນຖານ ເຊັ່ນ: ລະບົບກອງປະຊຸມທາງໄກ, ລະບົບ Email, ລະບົບຫ້ອງການທັນສະໄໝ (e-Office), ລະບົບເວັບໄຊພາກລັດ (G-Web), ລະບົບສື່ສານພາກລັດ (G-Chat), ລະບົບຈັດເກັບເອກະສານພາກລັດ (G-Share) ແລະ ບັນດາລະບົບອື່ນໆ.

ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ມີຄໍາເຫັນແລກປ່ຽນຂອງທັງສອງພາກສ່ວນ ຢ່າງກົງໄປກົງມາໂດຍມີເນື້ອໃນອັນເປັນປະໂຫຍດຕໍ່ການພັດທະນາ ແລະ ການຮ່ວມມືກັນຢ່າງເລີກເຊີ່ງ ກ້າວໄປເຖິງການຄົ້ນຄ້ວາການຮ່ວມມື ແລະ ລົງນາມເຊັນບົດບັນທຶກຮ່ວມກັນຂອງທັງສອງຝ່າຍໃນຕໍ່ໜ້າ ເພື່ອຫັນເປັນທັນສະໄໝແບບດິຈິຕອນ.
ກອງປະຊຸມໄດ້ປິດລົງໃນເວລາ 11:30 ຂອງວັນດຽວກັນ.

