ກອງປະຊຸມຄົບຄະນະບໍລິຫານງານພັກ ກຕສ ຄັ້ງທີ 3 ສະໄໝທີ III.

19/03/2026

ກອງປະຊຸມຄົບຄະນະບໍລິຫານງານພັກ ກຕສ ຄັ້ງທີ 3 ສະໄໝທີ III.

            ເພື່ອຈັດຕັ້ງຜັນຂະຫຍາຍທິດຊີ້ນໍາ ຂອງກົມການເມືອງສູນກາງພັກ, ຄໍາສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການເພີ່ມທະວີການແກ້ໄຂ ບັນຫານໍ້າມັນເຊື້ອໄຟ ແລະ ຄວາມເປັນເຈົ້າການຂອງທຸກພາກສ່ວນ ໃນໄລຍະສະພາບເຄັ່ງຮ້ອນ ສະນັ້ນ, ເພື່ອເຮັດໃຫ້ການແກ້ໄຂບັນຫາແທດເໝາະກັບສະພາບຕົວຈິງ ແລະ ທັນການ, ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນພື້ນຖານໃຫ້ສະມາຊິກພັກ-ພະນັກງານຂະແໜງເຕັກໂນໂລຊີ ແລະ ການສື່ສານ. ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກຕສ ຄັ້ງວັນທີ 27 ສິງຫາ 2025 ທີ່ຜ່ານມາ ແລະ ປະຕິບັດຕາມ ແຜນດຳເນີນງານ ຂອງຄະນະບໍລິຫານງານພັກກະຊວງ ທີ່ໄດ້ກຳນົດໄວ້ວ່າ ເພື່ອເປັນການກວດກາ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງ ພ້ອມທັງວາງທິດທາງແຜນການ ອີກ 3 ເດືອນຕໍ່ໜ້າ ເພື່ອຫັນເຂົ້າສູ່ຊີວິດຕົວຈິງ ແລະ ເປັນຮູບປະທຳຕາມທີ່ໄດ້ຮັບຮອງ ແລະ ກຳນົດໄວ້, ຄະນະບໍລິຫານງານພັກ ສະໄໝທີ III ຂອງອົງຄະນະພັກ ກຕສ ຈຶ່ງໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 3 ຂອງຕົນຂຶ້ນ. ໃນຕອນເຊົ້າຂອງວັນທີ 18 ມີນາ 2026.ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ ເຂົ້າຮ່ວມຈໍານວນ 22 ສະຫາຍ, ຍິງ 1 ສະຫາຍ.

ກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ III ນີ້, ແມ່ນກອງປະຊຸມທີ່ສໍາຄັນຫຼາຍ, ເຊິ່ງຄະນະບໍລິຫານງານພັກ ໄດ້ພ້ອມກັນປະກອບຄຳເຫັນ ຕໍ່ 4 ຮ່າງ ເອກະສານທີ່ສຳຄັນ ຄື: (ຮ່າງ) ສະຫຼຸບຕີລາຄາການ ນໍາພາ-ຊີ້ນໍາ ການເຄື່ອນໄຫວວຽກງານ ໄຕມາດ 1 ແລະ ທິດທາງແຜນການໄຕມາດ 2 ປີ 2026 ຂອງອົງຄະນະພັກ ກຕສ ສະໄໝທີ III, (ຮ່າງ) ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ໄຕມາດ 1 ປີ 2026 ແລະ ທິດທາງແຜນການໄຕມາດ 2 ປີ 2026 (ແຜນ 5 ປີ ຄັ້ງທີ IV ແຕ່ປີ 2026-2030), (ຮ່າງ) ສະຫຼຸບລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາພັກ-ກວດກາລັດ ພາຍໃນ  ກຕສ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ແລະ (ຮ່າງ) ລາຍງານຕໍ່ລັດຖະບານ ກ່ຽວກັບ ຄວາມຄືບໜ້າຂອງການຫັນເປັນດິຈິຕ໋ອນ ແລະ ທິດທາງໃນຕໍ່ໜ້າ ໃນ ສສປ ລາວ.

​          ຕອນທ້າຍ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ໄດ້ຮຽກຮ້ອງມາຍັງບັາສະຫາຍ ຄະນະບໍລິຫານງານພັກ, ບັນດາຮາກຖານພັກ ພ້ອມດ້ວຍບັນດາສະຫາຍຫົວໜ້າອົງການຈັດຕັ້ງມະຫາຊົນ ໃນທົ່ວຂະແໜງການເຕັກໂນໂລຊີ ແລະ ການສື່ສານ ພ້ອມກັນເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເອົາໃນໃສ່ເຮັດວຽກງານດ້ານການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານ ເບີ່ງໃຫ້ເລິກເຊີ່ງຕໍ່ກັບທັດສະນະແນວຄິດຂອງອ້າຍນ້ອງພະນັກງານ. ໂດຍສະເພາະແມ່ນໄລຍະເຄັ່ງຮ້ອນ ຂອງສະພາບເສດຖະກິດມີການແປປວນບໍ່ຄົງທີ່ ໃຫ້ຮູ້ວິທີການຮັບມືຕໍ່ຜົນກະທົບຄັ້ງນີ້, ຊຸກຍູ້ສົ່ງເສີມໃຫ້ພະນັກງານຫັນມານໍາໃຊ້ລະບົບ E-office, ລະບົບ E-license ແລະ G-Chat, ເລືອກຕິດຕາມຂ່າວສານຈາກແຫຼ່ງທີ່ເຊື່ອຖືໄດ້, ມີການພິຈາລະນາຕຶກຕອງແຫຼ່ງຂ່າວສານ ຢ່າງຖືກຕ້ອງ ຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພໃນສັງຄົມ, ພ້ອມກັນບຸກບືນສູ້ຊົນແກ້ໄຂ ເຮັດວຽກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມຮັບຜິດຊອບຕໍ່ວຽກງານ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນໃຈກາງ ແລະ ເປັນກຳລັງແຮງຂັບເຄື່ອນ ໃນການຫັນເປັນດິຈິຕອນ ຕາມທິດຫັນເປັນອຸດສະຫະກຳ ແລະ ທັນສະໄໝ. ພ້ອມກັນເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III, ອອກເປັນແຜນການ, ແຜນງານ ແລະ ໂຄງການ ໃຫ້ປະສົບຜົນສໍາເລັດຕາມເປົ້າໝາຍທີ່ກໍານົດ.

ຂ່າວໂດຍ: ສິນທະນູ ພະຜົນໄຊ

ຮຽບຮຽງ: ເລັກເຊ່ຍ ສຸດທິວົງ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ